ໃນຕອນບ່າຍວັນທີ 10 ທັນວາ 2018 ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໂດຍຮ່ວມກັບ ອົງການສະຫະປະຊາຊາດ, ສະຫະພາບເອີຣົບ ແລະ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄົບຮອບ 70 ປີ ຖະແຫຼງການສິດທິມະນຸດສາກົນ (ວັນທີ 10 ທັນວາ 1948–10 ທັນວາ 2018) ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດໃນການປະສານງານດ້ານສິດທິມະນຸດ, ມີທູຕານຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ກະຊວງຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ສະມາຄົມທີ່ບໍ່ຫວັງຜົນກຳໄລ, ຕະຫຼອດຮອດຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຫຼາຍກວ່າ 200 ຄົນ.
ໃນພິທີດັ່ງກ່າວ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດ ໃນການປະສານງານດ້ານສິດທິມະນຸດ, ທ່ານ ລີໂອ ຟາເບີ, ເອກອັກຄະລັດຖະທູດ ອີຢູ ປະຈໍາ ລາວ, ທ່ານ ຢອງ-ເບີນາດ ກາຣາດໂກ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ລາວ, ທ່ານ ນາງ ມາເຊຍ ຄຣານ, ສະມາຊິກຄະນະກຳມະການສິດທິມະນຸດ ສປຊ ແລະ ທ່ານ ນາງ ກາລິນາ ອີໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ລາວ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງຖະແຫຼງການສິດທິມະນຸດ ຕໍ່ການປົກປ້ອງ ແລະ ສົ່ງເສີມສິດທິມະນຸດຢູ່ໃນໂລກປະຈຸບັນ ຕະຫຼອດຮອດການຫັນເນື້ອໃນຖະແຫຼງການດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງຢູ່ໃນໂລກເວົ້້າລວມ, ເວົ້າສະເພາະແມ່ນ ຢູ່ ສປປ ລາວ ຊຶ່ງຖືວ່າເປັນປະເທດໜຶ່ງ ທີ່ມີຄວາມຄືບໜ້າຫຼາຍດ້ານໃນການຈັດຕັ້ງປະຕິບັດພັນທະທາງດ້ານສິດທິມະນຸດ ໂດຍສະເພາະແມ່ນກການປະຕິບັດພັນທະຂອງຕົນ ພາຍໃຕ້ສົນທິສັນຍາດ້ານສິດທິມະນຸດທີ່ ສປປ ລາວ ເປັນພາຄີ ລວມທັງຂໍ້ສະເໜີແນະພາຍໃຕ້ກົນໄກການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR).
ໃນງານສະເຫຼີມສະຫຼອງດັ່ງກ່າວ ຍັງໄດ້ມີການຈັດຕັ້ງຈັດສົນທະນາ (Panel Discussion)ໂດຍມີຜູ້ຕາງໜ້າ ຈາກກະຊວງການຕ່າງປະເທດ, ຊ່ຽວຊານຈາກ ປະເທດ ອົດສະຕາລີ, ສີລັງກາ, ຜູ້ຕາງອົງການ UNICEF ປະຈໍາລາວ ແລະ ຜູ້ຕາງໜ້າອົງການຈັດຕັ້ງທາງສັງຄົມຂອງ ສປປ ລາວ ໄດ້ຮ່ວມກັນແລກປ່ຽນຄຳຄິດຄຳເຫັນໃນຫົວຂໍ້ “ສິ່ງບັນດານໃຈ ແລະ ຜົນສະທ້ອນຕົວຈິງຂອງຖະແຫຼງການສາກົນວ່າດ້ວຍສິດທິມະນຸດ ຕໍ່ການພັດທະນາກ້າວໜ້າຂອງກົດໝາຍສາກົນດ້ານສິດທິມະນຸດຕະຫຼອດໄລຍະ 70 ປີຜ່ານມາ” ຊຶ່ງແຕ່ລະທ່ານ ກໍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງຖະແຫຼງການໃນການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ກໍຄືໃນການປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຂອງ ສປປ ລາວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ SDG.
ການສະເຫຼີມສະຫຼອງວັັນສິດທິມະນຸດຢູ່ ສປປ ລາວ ຄັ້ງນີ້ ຍັງເປັນການສ້າງໂອກາດໃຫ້ ສປປ ລາວ ໃນການເຜີຍແຜ່ແນວທາງນະໂຍບາຍຂອງລັດຖະບານ ໂດຍສະເພາະແມ່ນການເຄື່ອນໄຫວສິດທິມະນຸດ ແລະ ຜົນສຳ ເລັດໃນການຈັດຕັ້ງ ແລະ ສົ່ງເສີມສິດທິມະນຸດຢູ່ ສປປ ລາວ ໃນໄລຍະຜ່ານມາ.