ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມ ຫົວຂໍ້ "30 ປີ ຂອງວຽກງານການກໍ່ສ້າງຊັບພະຍາກອນມະນຸດ ແລະ ການສ້າງຂີດຄວາມສາມາດ ໃຫ້ແກ່ ພະນັກງານຂະແໜງການຕ່າງປະເທດ"

  

      

  

ໂດຍ: ສະຖາບັນການຕ່າງປະເທດ

ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຖາບັນການຕ່າງປະເທດ ຄົບຮອບ 30 ປີ.

        

   

ປີ 2023, ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ເນື່ອງຈາກເປັນປີຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນການຕ່າງປະເທດ (ວັນທີ 10 ກຸມພາ 1993 - 10 ກຸມພາ 2023 ). ຕະຫຼອດ ສາມທົດສະວັດຜ່ານມາ, ສະຖາບັນການຕ່າງປະເທດ ໄດ້ຜ່ານຫລາຍບາດລ້ຽວ  ແລະ ເຕີບໃຫ່ຍຂະຫຍາຍຕົວ ມາເປັນກ້າວໆ ດ້ວຍຜົນງານຕ່າງໆ ທີ່ໂດດເດັ່ນ ໂດຍສະເພາະ ການກໍ່ສ້າງຊັບພະຍາກອນ ໃຫ້ແກ່ຂະແໜງການຕ່າງປະ ເທດຂອງ ສປປ ລາວ, ເຊິ່ງຖືໄດ້ວ່າເປັນພາລະບົດບາດ ແລະ ໜ້າວຽກຕົ້ນຕໍ່ ທີີ່ໄດ້ຮັບການມອບໝາຍຈາກພັກ-ລັດຖະ ບານ ໃນການບໍາລຸງສ້າງ ແລະ ຝຶກອົບຮົມ ຍົກລະດັບ ຂີດຄວາມສາມາດດ້ານວຽກງານການຕ່າງປະເທດ, ພາສາຕ່າງປະ ເທດ ໃຫ້ແກ່ນັກການທູດລາວ ກໍຄື ພະນັກງານລັດຖະກອນ ຈາກບັນດາກະຊວງຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ຕະຫຼອດມາ.

 

ດ້ວຍຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ ແລະ ຮີບດ່ວນ ຂອງໜ້າທີ່ການເມືອງ, ພັກ-ລັດຖະບານ ໂດຍສະເພາະຄະນະພັກ-ຄະນະນໍາ ກະຊວງການຕ່າງປະເທດ ຈຶ່ງໄດ້ສ້າງຕັ້ງໂຮງຮຽນພົວພັນຕ່າງປະເທດ ຂື້ນ ໃນປີ 1987 ເພື່ອເຮັດໜ້າທີ່ໃນການບໍາລຸງ-ກໍ່ສ້າງພະນັກງານ ທີ່ເຮັດວຽກພົວພັນກັບຕ່າງປະເທດ ທັງຂອງກະຊວງການຕ່າງປະເທດ ແລະ ບັນ ດາກະຊວງຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ໂດຍການຈັດຕັ້ງການຝຶກອົບຮົມດ້ານວຽກງານການຕ່າງປະເທດ ແລະ ພາສາຕ່າງປະເທດ ເພື່ອຕອບສະໜອງກັບໜ້າທີ່ການເມືອງໃນໄລຍະໃໝ່ ທີ່ມີການເປີດກວ້າງ ແລະ ເຊື່ອມໂຍງ ຕາມແນວທາງການເປີດປະຕູສູ່ໂລກພາຍນອກ, ການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ແລະ ການຫັນປ່ຽນສູ່ຈິນຕະນາການໃໝ່ດ້ານເສດຖະກິດ ເນັ້ນໃສ່ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເປີດກວ້າງການຮ່ວມມືກັບທຸກປະເທດ ໂດຍບໍ່ຈຳແນກລະບອບການເມືອງ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ແລະ ເຄົາລົບເຊິ່ງກັນ ແລະ ກັນ.  ພາຍຫຼັງການສ້າງຕັ້ງດັ່ງກ່າວ, ໂຮງຮຽນພົວພັນຕ່າງປະເທດ ກໍໄດ້ຈັດຕັ້ງການຝຶກອົບຮົມຕ່າງໆ ລວມທັງການຍົກລະດັບທິດສະດີການເມືອງ, ການຝຶກອົບຮົມວຽກງານການຕ່າງປະເທດ, ແຕ່ທີ່ສໍາຄັນ ແມ່ນໄດ້ຈັດຕັ້ງຊຸດຝຶກອົບຮົມພາສາອັງກິດ ຊຸດທຳອິດໃຫ້ ພະນັກງານຂັ້ນການນຳຂອງບັນດາກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ເຊິ່ງມີບັນດາອະດີດການນຳຂອງລາວ ຫລາຍທ່ານ ໄດ້ຮັບການຝຶກອົບຮົມພາສາອັງກິດ ຢູ່ໃນສະຖາບັນການຕ່າງປະເທດແຫ່ງນີ້.

   

ໃນໄລຍະຕົ້ນຊຸມປີ 1990, ສະພາບການຂອງພາກພື້ນ ແລະ ສາກົນ ມີການຜັນປ່ຽນໄປ ແລະ ມີຄວາມສຳຄັນ ຕໍ່ການກຳນົດແນວທາງສະເພາະໜ້າຂອງລາວເຮົາ ໂດຍສະເພາະ ພາຍຫຼັງການລົ້ມສະລາຍຂອງອະດີດສະຫະພາບໂຊວຽດ ແລະ ບັນດາປະເທດສັງຄົມນິຍົມຕາເວັນອອກ ບວກກັບ ສະພາບຄວາມຈຳເປັນພາຍໃນຂອງ ສປປ ລາວ ທີ່ຈະຕ້ອງເຊື່ອມໂຍງກັບພາກພື້ນ ແລະ ສາກົນ ລວມທັງການຫັນທິດເຂົ້າເປັນສະມາຊິກປະຊາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).   ໃນປີ 1993, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກ ລັດຖະມົນຕີ, ສະບັບເລກທີ 09 / ນຍ, ລົງວັນທີ 10 ກຸມພາ 1993 ເພື່ອສືບຕໍ່ເຮັດໜ້າທີ່ ຂອງໂຮງຮຽນພົວພັນຕ່າງ ປະເທດໃນເມື່ອກ່ອນ ໃນການຝຶກອົບຮົມ ຍົກລະດັບຂີດຄວາມສາມາດດ້ານວຽກງານການຕ່າງປະເທດ ແລະ ພາສາຕ່າງປະເທດໃຫ້ແກ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ການກະກຽມຄວາມພ້ອມດ້ານຕ່າງໆ ໃນການເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ ໃນປີ 1997. ໃນໄລຍະການກະກຽມຄວາມພ້ອມດ້ານຕ່າງໆ ນັ້ນ, ສະຖາບັນການຕ່າງປະເທດ ມີບົດບາດສຳຄັນ ເປັນໃຈກາງໃນການບໍາລຸງພາສາອັງກິດ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ກໍຄື ພະນັກງານຂອງບັນດາກະຊວງອ້ອມຂ້າງສູນກາງ ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານອົດສະຕຼາລີ ຜ່ານອົງ ການອົສ໌ເອດ (AUDSAID) ປະຈໍາ ລາວ ໄດ້ດໍາເນີນການຝຶກອົບຮົມພາສາອັງກິດ ພາຍໃຕ້ຫຼັກສູດ ພາສາອັງກິດສຳລັບພະນັກງານລັດ (English for Lao government officials)”.

   

ຍ້ອນພາລະໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຂ້າງເທິງນັ້ນ, ສະຖາບັນການຕ່າງປະເທດ ໄດ້ຕັ້ງໜ້າເຄື່ອນໄຫວໜ້າທີ່ວຽກງານ ຢ່າງຫ້າວຫັນ ແລະ ເປັນເຈົ້າການສູງ ໃນການກໍ່ສ້າງບຸກຄະລາກອນນັກການທູດ ແລະ ພະນັກງານຂະ              ແໜງການຕ່າງປະເທດ ດ້ວຍການຈັດຝຶກອົບຮົມຫົວຂໍ້ຕ່າງໆ ເຊິ່ງໃນນັ້ນ ອັນທີ່ພົ່ນເດັ່ນ ແມ່ນການບໍາລຸງພາສາອັງກິດ ຫຼັກສູດ 06 ເດືອນ ທີ່ສາມາດຈັດຕັ້ງປະຕິບັດມາເຖິງປັດຈຸບັນໄດ້ທັງໝົດ 45 ຊຸດ, ມີຜູ້ເຂົ້າຮ່ວມ ຈໍານວນ 3,424 ເທື່ອຄົນ ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃນການສ້າງຂີດຄວາມສາມາດດ້ານພາສາຕ່າງປະເທດ ໃຫ້ແກ່ທຸກຂະ                  ແໜງການບໍ່ສະເພາະແຕ່ກະຊວງການຕ່າງປະເທດ, ກະຊວງຂັ້ນສຸູນກາງ ແຕ່ຍັງກວມລວມຮອດທ້ອງຖິ່ນ ທີ່ໄດ້ຮັບໂອກາດ ມາຍົກລະດັບ ເພີ່ມຄວາມຮັບຮູ້ດ້ານພາສາຕ່າງປະເທດ ຢູ່ສະຖາບັນການຕ່າງປະເທດ ເຊິ່ງໄດ້ຮັບການຕີລາຄາ, ຍ້ອງຍໍຊົມເຊີຍຈາກທຸກຂະແໜງການໃນດ້ານຄຸນນະພາບຂອງການຝຶກອົບຮົມ ທີ່ເນັ້ນໃສ່ທັກສະ ແລະ ການປະຕິບັດວຽກງານຕົວຈິງ ຂອງກົມກອງ ແລະ ຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການຕ່າງປະເທດ.  ນອກຈາກພາລະບົດບາດໃນການກໍ່ສ້າງ, ຍົກສູງຄວາມສາມາດດ້ານພາສາຕ່າງປະເທດ ແລ້ວ, ສະຖາບັນການຕ່າງປະເທດ ຍັງມີໜ້າທີ່ສໍາຄັນໃນການກໍ່ສ້າງບຸກຄະລາກອນດ້ານການທູດ-ການຕ່າງປະເທດ ຈຶ່ງໄດ້ດຳເນີນການຝຶກອົບຮົມຫຼາຍລະດັບ ທັງດ້ານວິຊາການສະເພາະດ້ານ ທີ່ຕິດພັນກັບການທູດ ແລະ ວຽກງານການຕ່າງປະເທດ ໃນແຕ່ລະປີ ໄດ້ມີການຈັດຊຸດຝຶກອົບຮົມປະມານ 7-8 ຊຸດ ໃນນັ້ນ, ໄດ້ກໍ່ສ້າງ ແລະ ຝຶກອົບຮົມພະນັກງານຂະແໜງການຕ່າງປະເທດ ແລະ ພະນັກງານ ທີ່ເຮັດວຽກພົວພັນສາກົນ ຫຼາຍກວ່າ 2,780 ເທື່ອຄົນ, ອັນກາຍເປັນກ້ອນກໍາລັງແຮງຊ່ວຍປະເທດຊາດໃນການເຄື່ອນໄຫວວຽກງານການຕ່າງ ປະເທດ ຂອງ ສປປ ລາວ ຕະຫຼອດໄລຍະ 30 ປີ ຢ່າງມີຜົນສຳເລັດ ຕາມທີ່ພັກ-ລັດມອບໝາຍໃຫ້, ສາມາດຍາດແຍ່ງການສະໜັບສະໜູນ, ຄວາມເຂົ້າໃຈ ແລະ ການຊ່ວຍເຫຼືອ ຈາກບັນດາປະເທດເພື່ອນມິດສາກົນ ທັງໃກ້ ແລະ ໄກ ໄດ້ຢ່າງຫຼວງຫຼາຍ. ນອກເໜືອຈາກສອງໜ້າທີ່ສຳຄັນນັ້ນ, ສະຖາບັນການຕ່າງປະເທດ ຍັງເປັນບ່ອນຈັດຕັ້ງຝຶກອົບຮົມ, ຮຽນທິດສະດີການເມືອງຂອງພັກ ເຊິ່ງເປັນໜ້າທີ່ສຳຄັນໜຶ່ງ ທີ່ບໍ່ສາມາດຕັດແຍກອອກໄປໄດ້. ສະຖາບັນການຕ່າງປະເທດ ໄດ້ປະສານສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ໃນການຈັດຕັ້ງບໍາລຸງ ທິດສະດີການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕ່າງໆ ຂອງກະຊວງການຕ່າງປະເທດ ຢ່າງເປັນປະຈຳ, ຕະຫຼອດ ໄລຍະຜ່ານມາ ມີສະມາຊິກພັກ, ພະນັກງານຂັ້ນນໍາພາ-ຄຸ້ມຄອງ ໄດ້ຜ່ານຂັ້ນລະບົບບໍາລຸງກໍ່ສ້າງ 45 ວັນ, ຊັ້ນຕົ້ນ, ຊັ້ນກາງ ແລະ ຊັ້ນສູງ ຫລາຍກວ່າ 376 ສະຫາຍ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃນການຍົກສູງລະດັບທິດສະດີມາກ-ເລນິິນ ໃນຖັນແຖວພະນັກງານນໍາພາ-ຄຸ້ມຄອງ ຂອງ ກະຊວງການຕ່າງປະເທດ ໄດ້ຢ່າງໜັກແໜ້ນ.  ໄລຍະຜ່ານມາ, ສະຖາບັນການຕ່າງປະເທດ ບໍ່ສະເພາະແຕ່ປະຕິບັດໜ້າທີ່ການເມືອງຂອງຕົນ, ແຕ່ຍັງໄດ້ປະກອບສໍາຄັນໃນການພັດທະນາສ້າງຫຼັກສູດປະລິນຍາຕີ ການພົວພັນສາກົນ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ຈົນສາມາດຈັດຕັ້ງເປີດການຮຽນ-ການສອນ ມາເຖິງປັດຈຸບັນນີ້. ນອກຈາກນັ້ນແລ້ວ, ຍັງໄດ້ຕອບສະໜອງການເຊື້ອເຊີນໄປຂື້ນຫ້ອງໃນຫົວຂໍ້ຕ່າງໆ ຢູ່ ສະຖາບັນການສຶກສາຕ່າງໆ ຕາມການເຊື້ອເຊີນ ໂດຍໄດ້ຖືເປັນວຽກບຸລິມະສິດໜຶ່ງ ໃນການຊ່ວຍເຫຼືອ, ຖ່າຍທອດຄວາມຮູ້, ບົດຮຽນການເຄື່ອນໄຫວການທູດ, ດ້ານວິຊາການ ໃຫ້ທຸກໆ ພາກສ່ວນ.

   

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ສະຖາບັນການຕ່າງປະເທດ ມີຜົນງານພົ້ນເດັ່ນຫຼາຍໆ ດ້ານ ເຊິ່ງເຮັດໃຫ້ບົດບາດ, ຊື່ສຽງຂອງສະຖາບັນການຕ່າງປະເທດ ນັບມື້ນັບສູງເດັ່ນຂື້ນ ເປັນທີ່ຮູ້ຈັກຂອງທຸກໆ ຂະແໜງການ ໃນດ້ານຄວາມສາມາດ ການຝຶກອົບຮົມ, ຍົກລະດັບ ກໍຄື ການບໍລຸງສ້າງພະນັກງານລັດຖະກອນ ຂອງທຸກພາກສ່ວນ ໃນວຽກງານຕ່າງປະເທດ ແລະ ພາສາຕ່າງປະເທດ. ເຖິງແມ່ນວ່າຈະຍາດມາໄດ້ບັນດາຜົນງານດ້ານຕ່າງໆ ແລະ ໄດ້ຮັບການຮັບຍ້ອງຍໍ ສັນລະເສີນຈາກທຸກຂະແໜງການກໍຕາມ, ສະຖາບັນການຕ່າງປະເທດ ຍັງມີສິ່ງທ້າທາຍບາງປະການ ເປັນຕົ້ນ: ການເຄື່ອນຍ້າຍໜູນວຽນຂອງບຸກຄະລາກອນ ໂດຍສະເພາະແມ່ນຄູອາຈານທີ່ເປັນມືອາຊີບ, ຊ່ຽວຊານສະເພາະ ຍັງຂາດເຂີນ, ຂາດທຶນຮອນງົບປະມານ ໃນການເຄື່ອນໄຫວວຽກງານການຝຶກອົບຮົມ ແລະ ບໍາລຸງສ້າງພະນັກງານ ຢ່າງສະໜໍ່າສະເໜີ ໂດຍອີງໃສແຕ່ງົບປະມານພາກລັດ ຕອບສະໜອງໃຫ້ ຈຶ່ງສາມາດຈັດຕັ້ງປະຕິບັດບັນດາແຜນການຕ່າງໆ ໄດ້ ລວມທັງການຍາດແຍ່ງການຊ່ວຍເຫຼືອຂອງສາກົນ ຍັງມີຄວາມຈຳກັດ. ບັນດາສິ່ງທ້າທາຍເຫຼົ່ານີ້, ສະຖາບັນການຕ່າງປະເທດ ຕ້ອງໄດ້ເອົາໃຈໃສ່ຜ່ານຜ່າ, ບຸກທະລຸໃຫ້ໄດ້ ເພື່ອກ້າວໄປຂ້າງໜ້າ ຢ່າງມີໄຊ ແລະ ຮັບປະກັນການເຕີບໃຫ່ຍຂະຫຍາຍຕົວໃນອານາຄົດ.

   

ເວົ້າລວມແລ້ວ, ຕະຫຼອດໄລຍະ 03 ທົດສະວັດ ຜ່ານມາ, ຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ແຕ່ລະຍຸກສະໄໝ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການປັບປຸງຍົກລະດັບພາລະບົດບາດ ແລະ ກໍ່ສ້າງພື້ນຖານໂຄງລ່າງຂອງສະຖາບັນ ໃຫ້ມີຄວາມເຕີບໃຫ່ຍ ທັນສະໄໝ, ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ ໃຫ້ສາມາດເຄື່ອນໄຫວຮ່ວມກັບສະຖາບັນການຕ່າງປະເທດ ໃນພາກພື້ນ ແລະ ສາກົນ ໄດ້. ເພື່ອຜັນຂະຫຍາຍ ແລະ ປະຕິບັດ ຕາມຄວາມມຸ້ງມາດປາຖະໜານັ້ນ, ສະຖາບັນການຕ່າງປະເທດ ໃນຊຸມປີຕໍ່ໜ້າ ຈະຕ້ອງອອກແຮງສ້າງຜົນງານດ້ານຕ່າງໆ ໃຫ້ສູງເດັ່ນຂື້ນ ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ. ໃນໂອກາດສະ ເຫຼີມສະຫຼອງ ຄົບຮອບ 30 ປີ ການສ້າງຕັ້ງສະຖາບັນການຕ່າງປະເທດ ນີ້ ຈຶ່ງຂໍອວຍໄຊໃຫ້ພອນ ແກ່ບັນດາອະດີດການນຳຮຸ້ນກ່ອນ ແລະ ການນຳຮຸ້ນປັດຈຸບັນ ຈົ່ງມີສູຂະພາບ ເຂັ້ມແຂງ, ມີພາລະນາໄມ ທີ່ສົມບູນ ສືບຕໍ່ຊີ້ນໍາ-ນໍາພາສະຖາບັນການຕ່າງປະເທດ ໃຫ້ນັບມື້ຂະຫຍາຍຕົວ ຍິ່ງໆຂຶ້ນໄປ.      

   

                                                                           

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488041
ມື້ນີ້151
ມື້ວານ136
ອາທິດນີ້403
ເດືອນນີ້1434