ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ສານສະເເດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຢ່າງກະທັນຫັນຂອງອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ

 

 

ສົມເດັດ ນາຣຸຮິໂຕະ

ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ

ທີ່ ນະຄອນຫຼວງໂຕກຽວ

ສົມເດັດ,

                

ຂ້າພະເຈົ້າ ຮູ້ສຶກຕົກໃຈຢ່າງແຮງ ແລະ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຢ່າງກະທັນຫັນ ຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໃນວັນທີ 08 ກໍລະກົດ 2022.

 

ຂ້າພະເຈົ້າ ຍັງມີຄວາມຊົງຈໍາອັນດີ ທີ່ໄດ້ຮ່ວມເຮັດວຽກຢ່າງໃກ້ຊິດ ຮ່ວມກັບ ພະນະທ່ານ ອາເບະ ຊິນໂຊ ໃນອະດີດຜ່ານມາ ໃນການສົ່ງເສີມ ແລະ ຮັດແໜ້ນ ການພົວພັນ ແລະ ການຮ່ວມມື ຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ອັນພົ້ນເດັ່ນ ແມ່ນການຍົກລະດັບສາຍພົວພັນ ຂອງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ມາເປັນ ຄູ່ຮ່ວມຍຸດທະສາດ ກໍ່ຄືການຊ່ວຍເຫຼືອໃນການສ້າງສາພັດທະນາ ສປປ ລາວ ຂອງ ພວກຂ້າພະເຈົ້າ ໃນໄລຍະຜ່ານມາ.

ອ່ານເພີ່ມເຕີມ... 

ສານອວຍພອນວັນຊາດ ຂອງການນຳເເຫ່ງ ສປປ ລາວ ສົ່ງເຖິງຄູ່ຮ່ວມຕຳເເໜ່ງ ທີ່ ສະຫະລັດ ອາເມຣິກາ

ວັນທີ 4 ກໍລະກົດ 2022

ພະນະທ່ານ,

 

ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສະຫະລັດ ອາເມຣິກາ ຄົບຮອບ 246 ປີ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ອາເມຣິກາ ທຸກຖ້ວນໜ້າ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບກວມລວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະລັດ ອາເມຣິກາ ຈະສືບຕໍ່ໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ​ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ທົ່ວໂລກ.

ອ່ານເພີ່ມເຕີມ... 

ສານອວຍພອນວັນຊາດ ຂອງການນຳເເຫ່ງ ສປປ ລາວ ສົ່ງເຖິງຄູ່ຮ່ວມຕຳເເໜ່ງ ທີ່ ການາດາ

               ນະຄອນຫຼວງວຽງຈັນ, ວັນທີ 30 ມິຖຸນາ  2022

ພະນະທ່ານ,

  

ເນື່ອງໃນໂອກາດວັນຊາດ ແຫ່ງ ການາດາ, ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ການາດາ ທຸກທົ່ວໜ້າ.

 

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486909
ມື້ນີ້145
ມື້ວານ157
ອາທິດນີ້571
ເດືອນນີ້302