ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ສານສະແດງຄວາມຊົມເຊີຍ ວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 65 ປີ

 

ນະຄອນຫຼວງວຽງຈັນ, ວັນທີ 31 ສິງຫາ 2022

 

ສົມເດັດ ອັນ-ຊຸນຕານ ອັບດຸນລາ ຣິ ອາຢາຕຸດິນ

ອັນ-ມຸສຕາຟາ ບິນລາ ຊາ ອິບນີ ອັນ-ມາຣຸມ

ຊຸນຕານ ຮາຈິ ອາມັດ ຊາ ອັນ-ມຸສຕາ ອິນ ບິນລາ

ເຈົ້າຊີວິດ ແຫ່ງ ມາເລເຊຍ

ທີ່ ກົວລາລໍາເປີ

ສົມເດັດ ຣາຊາທິບໍດີ,

 

     ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 65 ປີ, ໃນນາມ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ຣາຊາທິບໍດີ ແລະ ປະຊາຊົນ ມາເລເຊຍ ເພື່ອນມິດທຸກຖ້ວນໜ້າ.

ອ່ານເພີ່ມເຕີມ... 

ສານອວຍພອນວັນຊາດຮົງກາຣີ

ນະຄອນຫຼວງວຽງຈັນ, 20 ສິງຫາ 2022

 

ພະນະທ່ານ,

         

ເນື່ອງໃນໂອກາດວັນຊາດ ແຫ່ງ ຮົງກາຣີ, ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ     ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ຮົງກາຣີ ເພື່ອນມິດທຸກຖ້ວນໜ້າ.

         

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຮົງກາຣີ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ ທີ່ມີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງ ສອງປະເທດພວກເຮົານັ້ນ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍ ຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນ  ລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

         

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງໃນການນຳພາປະເທດຊາດຂອງ ພະນະທ່ານ ໄປສູ່ຄວາມວັດທະນາຖາວອນ ແລະ ປະຊາຊົນ ຮົງກາຣີ ມີຄວາມສົມບູນພູນສຸກ.

                            

                                    ດ້ວຍຄວາມເຄົາລົບນັບຖືຢ່າງສູງ,

                                                                                     

 

 

ທອງລຸນ ສີສຸດລິດ

ພະນະທ່ານ ນາງ ກາຕາລິນ ໂນວັກ

ປະທານາທິບໍດີ ແຫ່ງ ຮົງກາຣີ

ທີ່ ບູດາແປັສ

--------------------------------------------------------------------------------------------------------------------------------------------

ນະຄອນຫຼວງວຽງຈັນ, 20 ສິງຫາ 2022

 

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ ແຫ່ງ ຮົງກາຣີ, ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ລັດຖະບານ ແຫ່ງ ຮົງກາຣີ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ໃນຊຸມປີຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຮົງກາຣີ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ລັດຖະບານ ແລະ ປະຊາຊົນ ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ລັດຖະບານ ແລະ ປະຊາຊົນ ຮົງກາຣີ ທີ່ມີຕໍ່ ສປປ ລາວ, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ພວກຂ້າພະເຈົ້າ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີ   ໝາກຜົນ ລະຫວ່າງ ສອງລັດຖະບານຂອງພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ອັນໃຫຍ່ຫຼວງໃນໜ້າທີ່ອັນມີກຽດຂອງ ພະນະທ່ານ.

                                                                            

                                                     ດ້ວຍຄວາມນັບຖືຢ່າງສູງ,

    

 

 

      ພັນຄໍາ ວິພາວັນ

ພະນະທ່ານ ວິກຕຣໍ ອໍຣບານ

ນາຍົກລັດຖະມົນຕີ ແຫ່ງ ຮົງກາຣີ

ທີ່ ບູດາແປັສ

ສານອວຍພອນວັນຊາດ ເເຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 77 ປີ.

ນະຄອນຫຼວງວຽງຈັນ, ວັນທີ  17  ສິງຫາ 2022

 

ພະນະທ່ານ,

 

ໃນ​ນາມປວງ​ຊົນລາວທັງຊາດ ​ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ ຂໍສະແດງຄວາມຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ ພະນະ​ທ່ານ ​ແລະ ​ປະຊາຊົນ​ອິນໂດເນເຊຍ ​ເພື່ອນ​ມິດທຸກ         ​ຖ້ວນໜ້າ ເນື່ອງ​ໃນ​ໂອກາດ​ວັນຊາດ ​ແຫ່ງ ສາທາລະນະ​ລັດ ອິນໂດເນເຊຍ ຄົບຮອບ 77 ປີ.

 

ຂ້າພະ​ເຈົ້າ ​ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍ​ພົວພັນມິດຕະພາບທີ່ຍາວນານ ແລະ  ການ​ຮ່ວມມື​ຢ່າງໃກ້ຊິດ ລະຫວ່າງ ສອງ​ປະ​ເທດ​ພວກ​ເຮົາ ໄດ້ຮັບການພັັດທະນາໃຫ້ກວ້າງຂວາງຍິ່ງໆຂຶ້ນໃນຫຼາຍຂົງເຂດ ຕະຫຼອດໄລຍະ 6 ທົດສະວັດກວ່າຜ່ານມາ, ເຊິ່ງເຫັນໄດ້ຈາກການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນລະດັບຕ່າງໆ ຢ່າງເປັນປົກກະຕິ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ກໍຄືໃນວົງຂະຄະນະຍາດອາຊຽນ. ພິເສດ, ປີນີ້ ກໍ່ເປັນອີກປີໜຶ່ງ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ລະຫວ່າງສອງປະເທດພວກເຮົາ. ຂ້າພະເຈົ້າ ຈຶ່ງຂໍຖືໂອກາດນີ້ ອວຍພອນໄຊແດ່ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ຈົ່ງໝັ້ນຄົງທະນົງແກ່ນ. ຂ້າພະເຈົ້າ ຍິນດີທີ່ຈະສືບຕໍ່ຮ່ວມເຮັດວຽກ ກັບພະນະທ່ານຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການພົວພັນ ແລະ ການຮ່ວມມືຂອງພວກເຮົາໃຫ້ກ້າວສູ່ລວງເລີກກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

      

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນ ອິນໂດເນເຊຍ ສືບຕໍ່ພັດທະນາໃຫ້ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

 

                                                ດ້ວຍຄວາມ​ເຄົາລົບ ​ແລະ ນັບຖືເປັນຢ່າງສູງ, 

 

 

 

ທອງລຸນ ສີສຸລິດ

ພະນະທ່ານ ໂຈໂກ ວິໂດໂດ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

ທີ່ ຈາກາກຕາ                    

------------------------------------------------------------------------------------------------------

ນະຄອນຫຼວງວຽງຈັນ, ວັນທີ   17  ສິງຫາ 2022

ພະນະທ່ານ,

       

ເນື່ອງ​ໃນ​ໂອກາດ​ວັນຊາດ ແຫ່ງ ສາທາລະນະ​ລັດ ອິນໂດເນເຊຍ ຄົບຮອບ 77 ປີ, ໃນ​ນາມ​ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ​ໃນ​ນາມສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍຖືເປັນກຽດ ສົ່ງຄຳ​ຊົມ​ເຊີຍອັນ​ຈິງ​ໃຈ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ ພະນະ​ທ່ານ ​ແລະ ປະຊາຊົນ​ ອິນໂດເນເຊຍ​ ເພື່ອນ​ມິດທຸກຖ້ວນໜ້າ.

 

ຂ້າພະ​ເຈົ້າ ມີຄວາມ​ພາກພູມໃຈ​ເປັນ​ຢ່າງ​ຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ຕະຫຼອດໄລຍະເວລາ 6 ທົດສະວັດກວ່າທີ່ຜ່ານມາ. ປີນີ້ ກໍ່ເປັນອີກປີໜຶ່ງ ທີ່ມີຄວາມໝາຍທາງປະຫວັດສາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດພວກເຮົາ. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນແດ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຂອງພວກເຮົາທີ່ມີຢູ່ແລ້ວນັ້ນ ຈົ່ງຍືນຍາວນານຕະຫຼອດໄປ ແລະ ສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ຂ້າພະເຈົ້າ ມີຄວາມຍິນດີຈະຮ່ວມເຮັດວຽກກັບ    ພະນະທ່ານຢ່າງໃກ້ຊິດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄື ຂອບອາຊຽນ ເພື່ອເສີມຂະຫຍາຍການພົວພັນ ແລະ ການຮ່ວມມືຂອງສອງປະເທດພວກເຮົາ ໃຫ້ກ້າວສູ່ລວງເລີກກວ່າເກົ່າ ພ້ອມທັງເປັນການສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອຍົກສູງບົດບາດໃນເວທີພາກພື້້ນ ແລະ ສາກົນ ເພື່ອນໍາເອົາຜົນປະໂຫຍດຮ່ວມກັນ ມາສູ່ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ ກໍຄືສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

 

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດ ຂອງ    ພະນະທ່ານ ແລະ ນໍາພາປະຊາຊົນອິນໂດເນເຊຍ ສືບຕໍ່ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.

 

                                                ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,

 

 

 

ພັນຄໍາ ວິພາວັນ

ພະນະ​ທ່ານ ໂຈໂກ ວິໂດໂດ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

ທີ່ ຈາກາກຕາ

------------------------------------------------------------------------------------------------------

ນະຄອນຫຼວງວຽງຈັນ, ວັນທີ  17 ສິງຫາ 2022

 

ພະນະທ່ານ,

 

ເນື່ອງ​ໃນ​ໂອກາດ​ວັນຊາດ ແຫ່ງ ສາທາລະນະ​ລັດ ອິນໂດເນເຊຍ ຄົບຮອບ 77 ປີ, ຂ້າພະເຈົ້າ           ມີຄວາມປິຕິຍິນດີສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ເພື່ອນຮ່ວມງານທັງໝົດ ຂອງກະຊວງຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ທຸກຖ້ວນໜ້າ.

 

ຂ້າພະ​ເຈົ້າ  ມີ​ຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີໝາກຜົນຢູ່ແລ້ວນັ້ນ ລະຫວ່າງ ສປປ ລາວ ແລະ ສ. ອິນໂດເນເຊຍ ໂດຍສະເພາະ ລະຫວ່າງສອງກະຊວງຂອງພວກເຮົາ ໄດ້ຮັບການເສີມຂະຫຍາຍໃນຊຸມປີຜ່ານມາ. ພິເສດ ປີນີ້ ກໍ່ເປັນປີທີ່ມີຄວາມໝາຍທາງປະຫວັດສາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງຂອງສອງປະເທດພວກເຮົາ. ພວກເຮົາຈະໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນທີ່ມີຄວາມໝາຍສໍາຄັນນີ້.  ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຮັດແໜ້ນເພື່ອນມິດທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ຜ່ານຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ຄອບຄົວອາຊຽນ.  

 

ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ລວມທັງເພື່ອນຮ່ວມງານຂອງກະຊວງຕ່າງປະເທດອິນໂດເນເຊຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງ ພະນະທ່ານ.

 

                                                   ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,                                  

 

 

ສະເຫຼີມໄຊ ກົມມະສິດ

 

ພະນະທ່ານ ນ. ເຣດໂນ ມາຊູດີ

ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

ທີ່ ຈາກາກຕາ                             

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486190
ມື້ນີ້106
ມື້ວານ215
ອາທິດນີ້1226
ເດືອນນີ້5495