ນະຄອນຫຼວງວຽງຈັນ, 23 ກໍລະກົດ 2021
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ຄົບຮອບ 69 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ເອຢິບ ຄົບຮອບ 45 ປີ, ໃນນາມປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ເອຢິບ.
ສະຫາຍ ຫລີ ເຄີ້ສຽງ,
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາຊົນຈີນ
ທີ່ ນະຄອນຫຼວງປັກກິ່ງ
ສະຫາຍ ທີ່ນັບຖື,
ນະຄອນຫຼວງວຽງຈັນ, ວັນທີ 20 ກໍລະກົດ 2021
ພະນະທ່ານ,
ຂ້າພະເຈົ້າໄດ້ຮັບຊາບຂ່າວດ້ວຍຄວາມເສົ້າເສຍໃຈ ຕໍ່ເຫດການອຸທົກກະໄພທີ່ຮຸນແຮງ ຢູ່ລັດ North Rhine-Westphalia, Rhineland-Palatinate, Saarlandແລະ ລັດອື່ນໆ ຂອງປະເທດ ເຢຍລະມັນ ທີ່ເກີດຂຶ້ນ ແຕ່ວັນທີ 15 ກໍລະກົດ 2021, ອັນເປັນສາເຫດໃຫ້ມີຜູ້ເສຍຊີວິດ ແລະ ຄວາມເສຽຫາຍຢ່າງຫຼວງຫຼາຍຕໍ່ຊັບສິນຂອງປະຊາຊົນ ທີ່ອາໄສຢູ່ໃນພື້ນທີ່ດັ່ງກ່າວ.