ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ສານສະແດງຄວາມຊົມເຊີຍຕຳແໜ່ງໃໝ່ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະມາຄົມຄົນອານເຊຣີຢູ່ຕ່າງປະເທດ ແຫ່ງ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນ ອາເຊຣີ

 

 

ນະຄອນຫຼວງວຽງຈັນ, 12 ສິງຫາ 2021

ພະນະ​ທ່ານ,

​          ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນໄຊອັນປະເສີດ ມາ​ຍັງພະນະ​​ທ່ານ ​ເນື່ອງໃນໂອກາດ ໄດ້​ຮັບແຕ່ງຕັ້ງ​​ເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະມາຄົມຄົນອານເຊຣີຢູ່ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ.

ອ່ານເພີ່ມເຕີມ... 

ຈົດໝາຍຂອບໃຈຈາກ ສະຫາຍເລຂາທິການໃຫຍ່ ແຫ່ງ ສປປ ລາວ ເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ສປ ຈີນ

 

ນະຄອນຫຼວງວຽງຈັນ, ວັນທີ  11 ສິງ​ຫາ 2021

 

ສະຫາຍ ສີ ຈິ້ນຜິງ ທີ່ນັບຖື,

ຕາງ​ໜ້າໃຫ້ປະຊາຊົນລາວບັນ​ດາ​ເຜົ່າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າພະເຈົ້າຂໍສະແດງຄວາມ ຂອບໃຈ ຢ່າງຈິງ​ໃຈ ມາຍັງ ສະຫາຍ ​ແລະ ຜ່ານ​ສະ​ຫາຍ​ໄປ​ຍັງ ປະຊາຊົນຈີນອ້າຍ​ນ້ອງ ທີ່ຍາມໃດ ກໍ່ໄດ້ເອົາໃຈໃສ່ ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ແກ່ພວກຂ້າພະເຈົ້າ ຢ່າງ​ຮອບ​ດ້ານ ແລະ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຕະ​ຫລອດ​ມາ, ເຊີ່ງ​ການ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫລືອ​ດັ່ງ​ກ່າວ ໄດ້ປະກອບສ່ວນສຳ​ຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງ​ຊາດ ກໍ​ຄື ການຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ລວມ​ທັງ ການ​ຊ່ວຍ​ເຫລືອ​ໃນ​ການ​ສະ​ກັດ​ກັ້ນ​ການ​ແຜ​ລະ​ບາດ​ພະ​ຍາດ​ ໂຄວິດ 19 ຢູ່ ສ​ປ​ປ ລາວ, ເຊີ່ງນັບ​ແຕ່​ມີ​ການ​ລະ​ບາດ​ຮອບ​ໃໝ່ ໃນ​ກາງ​ເດືອນ​ເມ​ສາ 2021 ເຖິງ​​ປັດ​ຈຸ​ບັນນີ້,  ສະ​ຫາຍ​ຈີນ ກໍໄດ້​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫລືອ​ເປັນ​ພິ​ເສດ ​ຕະ​ຫລອດ​ມາ ໂດຍໄດ້​ສົ່ງ​ທິມ​ແພດ​ຊ່ຽວ​ຊານ ເຂົ້າໄປ​ເຮັດ​ວຽກຮ່ວມ​ກັບ​ທິມ​ແພດ​ລາວ, ອຸ​ປະ​ກອນ​ການ​ແພດ, ຢາ​ປິ່ນ​ປົວ ແລະ ​ຢາ​ວັກ​ຊີນ ​ເປັນ​ຈຳ​ນວນຫລາຍ​ລ້ານໂດ​ສ.

ອ່ານເພີ່ມເຕີມ... 

ສານສະແດງຄວາມເຫັນໃຈ ຕໍ່ເຫດການນ້ຳຖ້ວມຢູ່ພາກຕາເວັນຕົກຂອງປະເທດ ອິນເດຍ

 

 

ສານສະແດງຄວາມເຫັນໃຈ

ນະຄອນຫຼວງວຽງຈັນ, ວັນທີ11 ສິງຫາ 2021

ພະນະ​ທ່ານ​ ດຣ. ສຸບຣາມານຳ ຈາຍຊານເກີ

ລັດຖະມົນຕີກະຊວງການ​ຕ່າງປະ​ເທດ

ແຫ່ງ ສາທາລະນະລັດ ອິນເດຍ

ທີ່ ນິວແດນລີ

ພະນະທ່ານ,

ຂ້າພະ​ເຈົ້າ ໄດ້ຊາບຂ່າວເຫດການນ້ຳຖ້ວມ ຢູ່ລັດທາງພາກຕາເວັນຕົກຂອງປະເທດອິນເດຍ ອັນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອິນເດຍ ເປັນຈຳນວນຫຼວງຫຼາຍ.

ໃນ​ນາມ​ລັດຖະ​ບານ ແລະ ປະ​ຊາ​ຊົນ​ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມເສຍໃຈ ແລະ ເຫັນໃຈ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ      ອິນເດຍ ໂດຍສະເພາະຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດໃນຄັ້ງນີ້.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489248
ມື້ນີ້91
ມື້ວານ231
ອາທິດນີ້447
ເດືອນນີ້2641