ນະຄອນຫຼວງວຽງຈັນ, ວັນທີ 21 ກໍລະກົດ2021
ສົມເດັດ ພະຣາຊາ ຟິລິບ
ແຫ່ງ ຣາຊະອານາຈັກ ແບນຊິກ
ບຣຸກແຊນ
ສົມເດັດ ພະຣາຊາ,
ນະຄອນຫຼວງວຽງຈັນ, ວັນທີ 14 ກໍລະກົດ 2021
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຝຣັ່ງ ຄົບຮອບ 232 ປີ, ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ປະຊາຊົນຝຣັ່ງທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຝຣັ່ງ ໄດ້ຮັບການພັດທະນາ ແລະ ຮັດແໜ້ນຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີງາມດັ່ງກ່າວ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ,ສະຖຽນລະພາບແລະການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນແລະໃນໂລກ.
ເນື່ອງໃນໂອກາດທີ່ມີຄວາມໝາຍສຳຄັນຍິ່ງນີ້, ຂ້າພະເຈົ້າຂໍອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ເເອມມານູຍແອນ ມາຄຣົງ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ
ທີ່ ປາຣີ
ນະຄອນຫຼວງວຽງຈັນ, ວັນທີ 14 ກໍລະກົດ 2021
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງສາທາລະນະລັດ ຝຣັ່ງຄົບຮອບ 232 ປີ, ໃນນາມລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດ ມາຍັງ ພະນະທ່ານແລະຄະນະລັດຖະບານຝຣັ່ງທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ໃນຊຸມປີທີ່ຜ່ານມາ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຝຣັ່ງ ໄດ້ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມື ທີ່ ມີປະສິດທິຜົນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກ ກັບ ພະນະທ່ານຢ່າງໃກ້ຊິດ ເພື່ອ ສືບຕໍ່ຮັດແໜ້ນ ການພົວພັນຮ່ວມມືອັນດີງາມດັ່ງກ່າວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ພັນຄຳ ວິພາວັນ
ພະນະທ່ານຊ໋ອງ ກາສເຕັກສ໌
ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ຝຣັ່ງ
ທີ່ປາຣີ
ນະຄອນຫຼວງວຽງຈັນ, ວັນທີ 14 ກໍລະກົດ 2021
ທ່ານ ລັດຖະມົນຕີ,
ໃນໂອກາດແຫ່ງການສະເຫຼີມສະຫຼອງວັນຊາດ14 ກໍລະກົດ ຂອງປະຊາຊົນຝຣັ່ງ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນແລະອວຍພອນໄຊອັນປະເສີດ ມາຍັງທ່ານລັດຖະມົນຕີ, ຄະນະນຳ ແລະ ບັນດາເຈົ້າໜ້າທີ່ ກະຊວງກິດຈະການເອີຣົບ ແລະ ການຕ່າງປະເທດ ທຸກຖ້ວນໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າ ໂດຍເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້ໃນຊຸມປີທີ່ຜ່ານມາ ແລະ ດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອຍາວນານ ລະຫວ່າງ ສອງປະເທດ, ກໍ່ຄືສອງກະຊວງການຕ່າງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງຍິ່ງໆຂຶ້ນໃນອະນາຄົດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍ່ຄືໃນຂອບຂອງປະເທດ ທີ່ເວົ້າພາສາຝຣັ່ງເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບແລະການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນແລະໃນໂລກ.
ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊກົມມະສິດ
ພະນະທ່ານຊັງ ອີວວ໌ ເລີ ດຣຽງ,
ລັດຖະມົນຕີກິດຈະການເອີຣົບ ແລະ ການຕ່າງປະເທດ
ແຫ່ງສາທາລະນະລັດ ຝຣັ່ງ
ທີ່ປາຣີ
ນະຄອນຫຼວງວຽງຈັນ, ວັນທີ 26 ກໍລະກົດ 2021
ພະນະທ່ານ,
ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ລິເບເຣຍ ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 174 ປີ.