ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານລາວ ມອບຫຼຽນກາມິດຕະພາບ ໃຫ້ແກ່ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ

 

 

20210921 French Amb

 

ໃນວັນທີ 21 ກັນຍາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ຟຼໍລັອງ ຊ໋ອງບລັອງ ຣິສແລກ໌ (Florencen Jeanblanc-Risler), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

 

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ແລະ ມອບຫຼຽນໄຊມິດຕະພາບ ໃຫ້ທູດຍີ່ປຸ່ນ

 

ConfeMedaltoJapanAm1

ConfeMedaltoJapanAm2

 

ໃນວັນທີ 28 ຕຸລາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ທາເກວາກະ ເຄໂຊ, ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ໃນໂອກາດທີ່ທ່ານ ໄດ້ສໍາເລັດການປະຕິບັດຫນ້າທີ່ການທູດຢູ່ ສປປ ລາວ.

ອ່ານເພີ່ມເຕີມ... 

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດ ກັບ ຄູ່ຮ່ວມເຈລະຈາ

 

ASEANday2-0

ASEANday2-1ASEANday2-2

 

ໃນວັນທີ 27 ຕຸລາ 2021, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາ ຄະນະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 24, ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 1,ກອງປະຊຸມສຸດຍອດອາຊຽນບວກສາມ (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 24 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັດສ) ຄັ້ງທີ 16ໃນຮູບແບບທາງໄກ.

ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 24: (ໂດຍການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ແລະ ພະນະທ່ານ ກິຊິດະ ຟູມິໂອະ, ນາຍົກລັດຖະມົນຕີ ຍີ່ປຸ່ນ)

ກອງປະຊຸມ ໄດ້ຕີລາຄາສູງຕໍ່ການຮ່ວມມືອາຊຽນ-ຍີ່ປຸ່ນ ເຊິ່ງໄດ້ຮັບຜົນສຳເລັດທີ່ສຳຄັນຫຼາຍດ້ານ. ຜູ້ນຳອາຊຽນ      ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນຂອງຍີ່ປຸ່ນ ໂດຍສະເພາະ ການຊ່ວຍເຫຼືອໃນດ້ານການພັດທະນາຊັບພະຍາກອນມະນຸດ, ການຈັດຕັ້ງປະຕິບັດແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ແລະ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 4ກໍ່ຄື ການຊ່ວຍເຫຼືອໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການປະກອບສ່ວນຂອງ ຍີ່ປຸ່ນ ເຂົ້າໃນກອງທຶນອາຊຽນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຈໍານວນ 1 ລ້ານໂດລາສະຫະລັດ ແລະ 50 ລ້ານໂດລາສະຫະລັດໃນການສ້າງຕັ້ງສູນອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນຂະແໜງສາທາລະນະສຸກ ແລະ ພະຍາດລະບາດ, ກໍ່ຄືການສະໜອງວັດຖຸອຸປະກອນທາງການແພດແລະສະໜອງວັກຊນ ໃຫ້ແກ່ປະເທດສະມາຊິກອາຊຽນ ໂດຍສະເພາະສປປລາວ.

ຍີ່ປຸ່ນ ໄດ້ສືບຕໍ່ໃຫ້ຄຳໝາຍໝັ້ນທີ່ຈະໃຫ້ການຊ່ວຍເຫຼືອອາຊຽນ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ການຟື້ນຟູລະບົບເສດຖະກິດຫຼັງໂຄວິດ-19, ສືບຕໍ່ເພີ່ມທະວີການຮ່ວມມືໃນການສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ, ການຫັນເປັນດິຈິຕອນ, ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ, ນະວັດຕະກຳ ແລະ ອື່ນໆ.

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ, ພ້ອມທັງສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ສືບຕໍ່ ໃຫ້ການ ສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໂຄງລ່າງພື້ນຖານ ແລະ ເສດຖະກິດ-ສັງຄົມ ຂອງ ປະເທດຕະຫຼອດມາ.

ກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຄັ້ງທີ 1: (ໂດຍການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ແລະ ພະນະທ່ານ ສະກອ໊ດ ມໍຣິສັນ ນາຍົກລັດຖະມົນຕີ ອົດສະຕຣາລີ)

ຜູ້ນຳອາຊຽນ ແລະ ອົດສະຕຣາລີ ໄດ້ຈັດກອງປະຊຸມສຸດຍອດອາຊຽນ-ອົດສະຕາລີ ແບບປະຈຳປີ ເປັນຄັ້ງທຳອິດ    ຫຼັງຈາກທີ່ສອງຝ່າຍໄດ້ເຫັນດີຮ່ວມກັນໃນປີ 2020 ທີ່ຜ່ານມາ.ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານ    ການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບກຽດອ່ານບົດຄໍາເຫັນລວມ (ASEAN Common Statement) ຂອງ ອາຊຽນ ຕໍ່ກອງປະຊຸມສຸດຍອດດັ່ງກ່າວ, ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນ-ຮ່ວມມືອາຊຽນ-ອົດສະຕຣາລີ ໃນໄລຍະຜ່ານມາ, ເຊິ່ງອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ອາຊຽນ ໃນຂົງເຂດຕ່າງໆ ເຊັ່ນ: ດ້ານການສຶກສາ, ການເຊື່ອມໂຍງພາກພື້ນ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ການຊ່ວຍເຫຼືອໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19. ພິເສດ, ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ການປະກາດໃຫ້ການຊ່ວຍເຫຼືອຂອງ ລັດຖະບານ       ອົດສະຕຣາລີ ຈຳນວນ 1 ລ້ານໂດລາອົດສະຕຣາລີ ເຂົ້າໃນກອງທຶນອາຊຽນເພື່ອຮັບມືກັບພະຍາດໂຄວິດ-19, 1 ລ້ານໂດລາອົດສະຕຣາລີ ເຂົ້າໃນແຜນຟື້ນຟູຮອບດ້ານຂອງອາຊຽນ ແລະ 21 ລ້ານໂດລາອົດສະຕຣາລີ ເພື່ອສະໜັບສະໜູນການສ້າງຕັ້ງສູນອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນຂະແໜງສາທາລະນະສຸກ ແລະ ພະຍາດແຜ່ລະບາດ.

ກອງປະຊຸມ ໄດ້ໃຫ້ຄຳໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືໃນບາງຂົງເຂດບູລິມະສິດ ເຊັ່ນ: ສາທາລະນະສຸກລວມທັງ   ການຮັບມືກັບພະຍາດໂຄວິດ-19; ການຍົກລະດັບການເຊື່ອມໂຍງເສດຖະກິດພາກພື້ນໂດຍການຫັນເປັນດີຈິຕອນ; ການສຶກສາ, ການເຊື່ອມຈອດອາຊຽນ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025); ການພັດທະນາແບບຍືນຍົງ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.ໃນໂອກາດກອງປະຊຸມ ບັນດາຜູ້ນຳອາຊຽນ ແລະ ອົດສະຕຣາລີ ໄດ້ເຫັນດີໃນດ້ານຫຼັກການ ໃນການຍົກລະດັບການຮ່ວມມືຈາກການເປັນຄູ່ຮ່ວມຍຸດທະສາດອາຊຽນ-ອົດສະຕາລີ ຂື້ນສູ່ລະດັບການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ ອີກດ້ວຍ.

ກອງປະຊຸມສຸດຍອດ ອາຊຽນບວກສາມ (ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ຄັ້ງທີ 24: (ໂດຍການເປັນປະທານຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ)

ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນຂອງການຮ່ວມມືອາຊຽນບວກສາມໃນໄລຍະຜ່ານມາ, ໃນທ່າມກາງທີ່ພາກພື້ນອາຊຽນ ກໍ່ຄືພາກພື້ນອາຊີຕາເວັນອອກ ແລະ ໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍໃໝ່, ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ກອງປະຊຸມໄດ້ສະແດງຄວາມເພິ່ງພໍໃຈການຮ່ວມມືກັນໃນການປ້ອງກັນ, ຮັບມື ແລະ ການແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນ.

ກອງປະຊຸມ ເຫັນດີໃຫ້ເພີ່ມທະວີການຮ່ວມມືໃນຂອບອາຊຽນບວກສາມ ໂດຍຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານ (2018-2022) ໃຫ້ມີປະສິດທິຜົນຍິ່ງຂຶ້ນ, ສືບຕໍ່ຮ່ວມມືກັນເພື່ອຟື້ນຟູເສດຖະກິດຮອບດ້ານ ໂດຍການຮັກສາຕ່ອງໂສ້ການຜະລິດ ແລະ ການຂົນສົ່ງ, ການຫັນໄປສູ່ເສດຖະກິດດິຈິຕອນ, ການເຊື່ອມຈອດ, ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ, ການຄໍ້າປະກັນສະບຽງອາຫານຜ່ານຄັງເຂົ້າສຸກເສີນອາຊຽນບວກສາມ, ການຮ່ວມມືດ້ານການເງິນ, ການພັດທະນາສີຂຽວ, ການຫຼຸດຜ່ອນຄວາມທຸກຍາກ ແລະ ການເລັ່ງລັດການໃຫ້ສັດຕະຍາບັນສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ. ກອງປະຊຸມໄດ້ເຫັນດີຮັບຮອງເອົາຖະແຫຼງການຜູ້ນຳອາຊຽນບວກສາມ ວ່າດ້ວຍ ການຮ່ວມມືດ້ານສຸຂະພາບຈິດຂອງເຍົາວະຊົນ ແລະ ຊາວໜຸ່ມ.

ກອງປະຊຸມສຸດຍອດ ອາຊີຕາເວັນອອກ (ອີເອເອັດສ) ຄັ້ງທີ 16: (ໂດຍການເປັນປະທານຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ)

ກອງປະຊຸມຄັ້ງນີ້ ບັນດາຜູ້ນຳໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆພາຍໃຕ້ 6 ຂະແໜງການບູລິມະສິດຂອງ ອີເອເອັດສເຊັ່ນ: ການເງິນ, ສິ່ງແວດລ້ອມ ແລະ ພະລັງງານ, ການສຶກສາ, ສາທາລະນະສຸກ ແລະ ພະຍາດຕິດແປດ, ການຄຸ້ມຄອງໄພພິບັດ ແລະ ການເຊື່ອມຈອດ. ບັນດາຜູ້ນຳ ໄດ້ໃຫ້ຄຳໝາຍໝັ້ນສືບຕໍ່ຮ່ວມມືກັນໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເພີ່ມທະວີຄວາມພະຍາຍາມ ໃນການຮ່ວມມື ແລະ ສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການຟື້ນຟູເສດຖະກິດ-ສັງຄົມ ຫຼັງການແຜ່ລະບາດຂອງໂຄວິດ-19 ແລະ ການພັດທະນາແບບຍືນຍົງຂອງພາກພື້ນໃຫ້ຫຼາຍຂຶ້ນກວ່າເກົ່າ, ໂດຍສຸມໃສ່ຊຸກຍູ້ການຮ່ວມມືແບບຫຼາຍຝ່າຍ, ການຮັດແໜ້ນການເຊື່ອມໂຍງເສດຖະກິດພາກພື້ນ, ການຫັນໄປສູ່ເສດຖະກິດດິຈິຕອນ, ການເຊື່ອມຈອດ, ການຟື້ນຟູການເດີນທາງໄປມາຫາສູ່ກັນ ຂອງ ປະຊາຊົນ ແລະ ການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ການຄ້າເສລີຫຼາຍຝ່າຍ.

ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ແລະ ເຫັນພ້ອມນຳກັນວ່າທ່າມກາງສະພາບການໃນພາກພຶື້ນ ແລະ ສາກົນທີ່ຍັງສືບຕໍ່ຜັນແປໄປຢ່າງໄວວາ ແລະ ຫຍຸ້ງຍາກສັບສົນບວກກັບສິ່ງທ້າທາຍຕ່າງໆເຊັ່ນ:ພະຍາດຕິດແປດ, ໄພພິບັດ ແລະ ອື່ນໆ, ກອງປະຊຸມສຸດຍອດອາຊີຕາເວັນອອກຄວນສືບຕໍ່ເປັນເວທີປຶກສາຫາລືສຳລັບຜູ້ນຳ ກ່ຽວກັບ ບັນຫາຍຸດທະສາດ, ບັນຫາການເມືອງ ແລະ ເສດຖະກິດທີ່ມີຄວາມສົນໃຈ ແລະ ຜົນປະໂຫຍດຮ່ວມກັນ ເພື່ອການຮ່ວມມືຢູ່ອາຊີຕາເວັນອອກ. ກອງປະຊຸມໄດ້ຮັບຮອງເອົາ 3 ເອກະສານສຳລັບຜົນກອງປະຊຸມສຸດຍອດ ອີເອເອັດສ ຄື: 1). ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ການຮ່ວມມືດ້ານສຸຂະພາບທາງຈິດໃຈ; 2). ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ການເຕີບໂຕຂອງເສດຖະກິດໂດຍຜ່ານການຟື້ນຟູດ້ານການທ່ອງທ່ຽວ; ແລະ 3). ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ການຟື້ນຟູສີຂຽວ ເພື່ອກ້າວໄປສູ່ອະນາຄົດທີ່ຍືນຍົງ ແລະ ເຂັ້ມແຂງ

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486410
ມື້ນີ້106
ມື້ວານ220
ອາທິດນີ້72
ເດືອນນີ້5715