ໃນວັນທີ 06 ຕຸລາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງ ອົດສະຕຣາລີ ທີ່ ກະຊວງການຕ່າງປະເທດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ ແລະ ອົດສະຕຣາລີ.
ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24
ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ
ໃນຕອນເຊົ້າຂອງວັນທີ 4 ຕຸລາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບທາງໄກ, ໂດຍການເປັນປະທານຂອງ ບຣູໄນ ດາຣູຊາລາມ ໃນຖານະປະທານອາຊຽນ ປີ 2021. ຈຸດປະສົງຂອງ 3 ກອງປະ ຊຸມດັ່ງກ່າວ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືຂອງອາຊຽນໃນໄລຍະຜ່ານມາ ແລະ ເພື່ອກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ 2021 ແບບທາງໄກ.
ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24 ໄດ້ຮັບຊາບຄວາມຄືບໜ້າວຽກງານຂອງຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ຜົນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ພ້ອມທັງ ໄດ້ຊຸກຍູ້ຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ເພີ່ມຄວາມເປັນເຈົ້າການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ.
ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30 ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດການເປັນປະທານອາຊຽນ ປີ 2021 ຂອງ ບຣູໄນ ດາຣູຊາລາມ ພ້ອມທັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນ ການ ຈັດຕັ້ງປະຕິບັດແຜນວຽກອາຊຽນເພື່ອການຟື້ນຟູຮອບດ້ານ, ການຈັດຊື້ຢາວັກຊິນສໍາລັບປະຊາຊົນອາຊຽນ ໂດຍນໍາໃຊ້ກອງທຶນເພື່ອການຮັບມືໂຄວິດ-19 ຂອງອາຊຽນ, ການຄັດເລືອກປະເທດເຈົ້າພາບຂອງສູນອາຊຽນ ເພື່ອແກ້ໄຂເຫດສຸກເສີນດ້ານສາທາ ລະນະສຸກ ແລະ ພະຍາດລະບາດ, ການເປີດແລວເດີນທາງອາຊຽນ, ຄັງແຮອຸປະກອນການແພດສໍາລັບເຫດສຸກເສີນດ້ານສາທາ ລະນະສຸກພາກພື້ນອາຊຽນ. ພ້ອມກັນນັ້ນ, ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາບັນດາເອະສານ ເປັນຕົ້ນແມ່ນ ຮ່າງຖະແຫຼງການ ບັນດາ ເສຣິ ເບກາວັນ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພພິບັດ ແລະ ພາວະສຸກເສີນ; ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ; ແລະ ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຮ່ວມມືເສດຖະກິດສີຟ້າ, ແລະ ໄດ້ຮັບຊາບບັນດາບົດລາຍງານທີ່ກ່ຽວຂ້ອງ ເພື່ອນໍາສະເໜີໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ພິຈາລະນາຮັບຮອງ ແລະ ຮັບຊາບ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ, ຊຶ່ງກອງປະຊຸມ ກໍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນຂະບວນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາບູລິມະສິດຂອງການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ປີ 2021. ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືຂອງອາຊຽນກັບຄູ່ຮ່ວມມືພາຍນອກ ໂດຍຢໍ້າຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ນຳພາ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະ ຄວາມພະຍາຍາມໃນການຮັບມື ແລະ ແກ້ໄຂຜົນກະ ທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ໃນພາກພື້ນ.
ອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ
ພິທີສະເຫຼີມສະຫຼອງ ແບບທາງໄກ ເນື່ອງໃນໂອກາດ ຄົບຮອບ 72 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ 2021, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ຈ່ຽງ ຈາຍ ຕຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມນີ້ກໍມີບັນດາແຂກທີ່ຖືກເຊີນ, ຄົນເຊື້ອຊາດຈີນ ແລະ ຄົນຈີນຕ່າງດ້າວທີ່ອາໄສຢູ່ ສປປ ລາວ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.