ທ່ານ ບົວແກ້ວ ພູມວົງໄຊ, ຫົວຫນ້າກົມການຂ່າວ, ກະຊວງການຕ່າງປະເທດ ເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປູເຈຍ
ໃນຕອນແລງ ຂອງ ວັນທີ 12 ທັນວາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີດ້ານການພັດທະນາ ຂອງກຸ່ມປະເທດ ຈີ7 ຊຶ່ງຈັດຂື້ນໃນຮູບແບບປະສົມ ຊຶ່ງມີການເຂົ້າຮ່ວມແບບຊຶ່ງໜ້າທີ່ ລີເວີພູນ, ປະເທດອັງກິດ ແລະ ເຂົ້າຮ່ວມແບບທາງໄກ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີດ້ານການພັດທະນາ ຂອງກຸ່ມປະເທດ ຈີ7 ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.
ໃນຕອນຄໍ່າຂອງວັນທີ 8 ທັນວາ 2021, ທີ່ ໂຮງແຮມ Best Westen Surestay ໄດ້ມີພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສປປ ລາວ ແລະ ອາເມຣິກາ.