ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ສປປ ລາວ ແລະ ສາທາລະນະລັດ ຊັງມາຣິໂນ ລົງນາມສັນຍາສ້າງຕັ້ງສາພົວພັນການທູດນໍາກັນ

020181005 sign lm

ໃນວັນທີ 28 ກັນຍາ 2018, ທີ່ສຳນັກງານໃຫຍ່ຂອງອົງການສະຫະປະຊາຊາດ (ສປຊ) ທີ່ ນິວຢອກ, ສະຫະລັດອາເມລິກາ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ນິໂກລາ ເຣັນຊີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການເມືອງ ແຫ່ງ ສາທາລະນະລັດ ຊັງມາຣິໂນ ໄດ້ຮ່ວມກັນລົງນາມສັນຍາວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຊັງມາຣິໂນ ໂດຍມີນັກການທູດ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຄີພິຍານ. ຈຸດປະສົງຂອງການສ້າງຕັ້ງສາຍພົວພັນການທູດດັ່ງກ່າວແມ່ນເພື່ອພັດທະນາ ແລະ ເພີ້ມທະວີມິດຕະພາບ ແລະ ການຮ່ວມມືດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ວັດທະນາທຳ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ. ສັນຍາດັ່ງກ່າວ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີທີ່ໄດ້ຮັບແຈ້ງເປັນລາຍລັກອັກສອນສະບັບສຸດທ້າຍຂອງຄູ່ສັນຍາ ກ່ຽວກັບການສຳເລັດຂັ້ນຕອນພາຍໃນຂອງຕົນທີ່ຈຳເປັນໃນການມີຜົນບັງຄັບໃຊ້, ເຊິ່ງຈະເຮັດໃຫ້ສປປລາວມີສາຍພົວພັນການທູດກັບ141 ປະເທດ ຈາກຈຳນວນປະເທດສະມາຊິກອົງການສະຫະປະຊາຊາດທັງຫມົດ 193 ປະເທດໃນທົ່ວໂລກ.

ອ່ານເພີ່ມເຕີມ... 

ລັດຖະມົນຕີຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ແລະ ພິທີປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ທ່ານທູດ ສປ ຈີນ ປະຈຳ ລາວ

20181004FMPresntAwardtoCNEm1

20181004FMPresntAwardtoCNEm2

20181004FMPresntAwardtoCNEm4

ໃນວັນທີ04 ຕຸລາ 2018, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມ ໄຊກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ສະຫາຍ ວາງ ເວີນທຽນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນໂອກາດດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ​ ​ແລະຊົມເຊີຍສະຫາຍ ວາງ ເວີນທຽນ ທີ່ໄດ້ສຳເລັດໜ້າທີ່ການທູດຢູ່ລາວແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜຸນແລະ ການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈຂອງ ສະຫາຍ ວາງ ເວີນທຽນ ກໍຄືຈາກລັດຖະບານຂອງ ສປ ຈີນ ທີ່ມີຕໍ່ ລາວ ໃນໄລຍະທີ່ທ່ານດຳລົງດຳແໜ່ງຢູ່ ສປປ ລາວ ອັນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພິເສດ ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງທີ່ ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ດ້ານມະນຸດສະທຳ ທີ່ເປັນວັດຖຸ ແລະ ປັດໄຈຕ່າງໆ ລວມທັງເງິນ ແລະ ທີມງານກູ້ໄພ ເພື່ອໄປຊ່ວຍປະຊາຊົນຜູ້ທີ່ໄດ້ຖືກເຄາະຮ້າຍ ແລະ ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດຢູ່ເມືອງສະໜາມໄຊ, ແຂວງອັດຕະປື ແລະ ຢູ່ຫຼາຍແຂວງຂອງ ສປປ ລາວ ໃນທ້າຍ​​ເດືອນກໍລະກົດຜ່ານມາ.

ພ້ອມດຽວກັນ, ​ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ມອບຫຼຽນໄຊມິດຕະພາບໃຫ້ ສະຫາຍ ວາງ ເວີນທຽນ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍຜົນຕໍ່ສຳເລັດ ແລະ ຜົນງານອັນໃຫຍ່ຫຼວງຂອງ ສະຫາຍ ໃນໄລຍະການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ. ພ້ອມທັງເປັນການສົ່ງເສີມສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການພົວພັນຖານເພື່ອນມິດສະຫາຍອ້າຍນ້ອງຮ່ວມຊະຕາກຳສັງຄົມນິຍົມ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ກ້າວຂຶ້ນສູ່ລະດັບສູງອັນໃໝ່. 

ໃນໂອກາດດຽວກັນ, ສະຫາຍວາງ ເວີນທຽນ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກແກ່ການເຄື່ອນໄຫວການທູດຂອງຕົນ ພິເສດແມ່ນການມອບຫຼຽນໄຊມິດຕະພາບອັນສົມກຽດໃຫ້ແກ່ທ່ານ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ເຮັດສຸດຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ສປປ ລາວ-ສປ ຈີນ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ຄະນະຜູ້ແທນລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 73

02018.10.01-fm UNGA

ກອງປະຊຸມປະຈຳປີຂອງສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 73 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍາ 2018 ທີ່ສຳນັກງານໃຫຍ່ອົງການ ສປຊ ທີ່ນະຄອນນິວຢອກ, ສ.ອາເມລິກາ ພາຍໃຕ້ຫົວຂໍ້ "ເຮັດໃຫ້ອົງການ ສປຊ ມີຄຸນຄ່າກັບໝົດທຸກຄົນ: ການນຳພາໃນຂອບເຂດທົ່ວໂລກ ແລະ ຄວາມຮັບຜິດຊອບຮ່ວມກັນ ເພື່ອໃຫ້ສັງຄົມມີສັນຕິພາບ, ມີຄວາມເທົ່າທຽມກັນ ແລະ ຍືນຍົງ (Making the United Nations relevant all people: Global leadership responsibilities for peace, equitable and sustainable societies). ໃນກອງປະຊຸມພາກອະພິປາຍທົ່ວໄປ ແຕ່ວັນທີ 25 ກັນຍາ ເຖິງ 1 ຕຸລາ 2018 ໄດ້ມີລະດັບປະມຸກລັດ/ຫົວໜ້າລັດຖະບານ ແລະ ຮອງປະທານປະເທດ 134 ທ່ານ, ລະດັບຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ 55 ທ່ານ ແລະ ຮອງລັດຖະມົນຕີ 4 ທ່ານ ເຂົ້າຮ່ວມ ແລະ ຜັດປ່ຽນກັນຂຶ້ນກ່າວປາໄສ ແລະ ສະແດງທັດສະນະຂອງບັນດາປະເທດ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ເປັນຕົ້ນການແກ້ໄຂບັນຫາຄວາມທຸກຍາກ, ບັນຫາຂໍ້ຂັດແຍ່ງຕ່າງໆ, ການລົບລ້າງອາວຸດນິວເຄຼຍ, ບັນຫາຊາວອົບພະຍົບ ແລະ ການຍົກຍ້າຍຖິ່ນຖານ, ການປ່ຽນແປງດີນຟ້າອາກາດ, ການຈັດຕັ້ງປະຕິບັດວາລະເພື່ອການພັດທະນາ 2030, ການເປີດກວ້າງການຮ່ວມມືໃນຂອບຫລາຍຝ່າຍ, ການປະຕິຮູບ ແລະ ປັບປຸງອົງການສະຫະປະຊາຊາດ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490386
ມື້ນີ້152
ມື້ວານ261
ອາທິດນີ້1585
ເດືອນນີ້3779