ໃນວັນທີ 9 ຕຸລາ 2018, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10 ທີ່ ໂຕກຽວ, ຍີ່ປຸ່ນ, ພາຍໃຕ້ການເປັນປະທານຂອງພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ມີບັນດາຜູ້ນຳຂອງ 5 ປະເທດແມ່ນໍ້າຂອງຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ.ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນແລງວັນທີ່ 8 ຕຸລາ 2018, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຍີ່ປຸ່ນ, ພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ, ໄດ້ຈັດພິທີຕ້ອນຮັບພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຢ່າງສົມກຽດ, ຫຼັງຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ ພ້ອມຄະນະ ໄດ້ມີການພົບປະສອງຝ່າຍ.
ໃນຕອນບ່າຍວັນທີ່ 8 ຕຸລາ 2018, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຍີ່ປຸ່ນ, ຫຼັງຈາກການພົບປະສຸດຍອດຂອງສອງນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ແລ້ວ, ຜູ້ນຳທັງສອງໄດ້ຖະແຫຼງຂ່າວຮ່ວມຕໍ່ສືມວນຊົນກ່ຽວກັບຜົນການພົບປະສອງຝ່າຍລາວ-ຍີ່ປຸ່ນເພື່ອສືບຕໍ່ຢືນຢັນເຖີງການຜັນຂະຫຍາຍຂອງການ ເປັນຄູ່ຮ່ວມຍຸດທະສາດ ຂອງສອງປະເທດໃຫ້ເຂົ້າສູ່ລວງເລິກ ແລະ ລວງກ້ວາງຂວາງໃຫ້ແໜ້ນແຟ້ນຍີ່ງໆຂື້ນນັ້ນຜູ້ນຳທັງສອງໄດ້ເປັນເອກະພາບກັນດັ່ງນີ້: