ໃນຕອນບ່າຍຂອງ ວັນທີ 28 ກັນຍາ 2018 ຢູ່ ສຳນັກງານໃຫ່ຍຂອງອົງການສະຫະປະຊາຊາດ ທີ່ ນິວຢອກ, ສະຫະລັດ ອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ນໍາພາ ຄະນະຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບວຽກງານປະຊາຄົມອາຊຽນ ເຊັ່ນ: ການສະເໜີສ້າງຕັ້ງສູນອາຊຽນ ເພື່ອການສຶກສາ ແລະ ປຶກສາຫາລື ກ່ຽວກັບ ການພັດທະນາແບບຍືນຍົງ ຊຶ່ງເປັນໜຶ່ງໃນບູລິມະສິດຂອງໄທ ສໍາລັບການເປັນປະທານອາຊຽນໃນປີ 2019 ແລະ ການສະຫມັກຂອງບັນດາປະເທດເຂົ້າເປັນພາຄີສົນທິສັນຍາ ວ່າດ້ວຍໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ພ້ອມນີ້, ກໍໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 14-15 ພະຈິກ 2018 ທີ່ ສິງກະໂປ ແລະ ບັນຫາອື່ນໆ ທີ່ມີຄວາມສົນໃຈຮ່ວມກັນ.
ໃນວັນທີ 27 ກັນຍາ 2018, ທີ່ ນິວຢອກ, ສະຫະລັດອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາ ກັບ ທ່ານ John J. Sullivan, ຮອງລັດຖະມົນຕີຕ່າງປະເທດສະຫະລັດ, ຊຶ່ງເປັນກອງປະຊຸມຄັ້ງທໍາອິດ ພາຍຫລັງທີ່ ສປປ ລາວ ໄດ້ຮັບຫນ້າທີ່ເປັນປະເທດປະສານງານ ສໍາລັບການພົວພັນ ອາຊຽນ-ສະຫະລັດ ອາເມລິກາ ສຳລັບສົກປີ 2018-2021.
ກອງປະຊຸມ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ສະຫະລັດ ໃນຕໍ່ໜ້າ. ໃນນີ້, ສະຫະລັດ ອາເມລິກາ ຢໍ້າຄືນ ຍຸດທະສາດ ອິນໂດ-ປາຊີຟິກ ຂອງຕົນ ແນໃສ່ຮ່ວມມືກັບບັນດາປະເທດ ໃນພາກພື້ນ ບົນພື້ນຖານຫລັກການເສລີ ແລະ ເປີດກວ້າງ, ແລະ ເຄົາລົບຄວາມເປັນລະບຽບບົນພື້ນຖານຫລັກການຕ່າງໆ ເພື່ອສົ່ງເສີມການພັດທະນາແບບຍືນຍົງ. ຕໍ່ບັນຫານີ້, ບັນດາປະເທດສະມາຊິກອາຊຽນ ເນັ້ນໜັກການເຄົາລົບຕໍ່ຄວາມເປັນແກນກາງຂອງອາຊຽນ ແລະ ຍຸດທະສາດດັ່ງກ່າວຂອງ ສະຫະລັດ ອາເມລິກາ ຕ້ອງເສີມສ້າງ ໃຫ້ບັນດາກົນໄກຕ່າງໆທີ່ມີຢູ່ ແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຮັ່ງມີຜາສຸກ ຮ່ວມກັນ.
ກອງປະຊຸມ ໄດ້ເຫັນດີເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ ແລະ ສະຫະລັດ ອາເມລິກາ ໃນຂົງເຂດທີ່ສອງຝ່າຍມີທ່າແຮງເຊັ່ນ ດ້ານການຄ້າ ແລະ ການລົງທຶນ, ເສດຖະກິດດີຈີຕອນ, ການຄ້າທາງເອເລັກໂຕຼນິກ, ການເຊື່ອມຈອດ ແລະ ການສົ່ງເສີມການຄ້າ ແລະ ການລົງທຶນ, ລວມທັງມາດຕະການສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ຂະຫນາດກາງ ເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄຫມໃນຍຸກການປະຕິວັດອຸດສະຫະກໍາ 4.0 ແລະ ຍຸກເສດຖະກິດດີຈີຕອນ.
ພ້ອມນີ້, ກອງປະຊຸມ ກໍໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ, ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ 2018 ທີ່ ສິງກະໂປ ແລະ ໄດ້ແລກປ່ຽນຄຳຄິດຄໍາເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ ສະພາບການໃນແຫຼມເກົາຫຼີ, ສະພາບການຢູ່ທະເລຈີນໃຕ້ ແລະ ສະພາບການຢູ່ ຕາເວັນອອກກາງ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສະເຫລີມໄຊ ກົມມະກິດ ໄດ້ຢໍ້າຄືນຄວາມໝາຍໝັ້ນ ຂອງ ສປປ ລາວ ທີ່ຈະເຮັດວຽກຮ່ວມກັບບັນດາປະເທດສະມາຊິກອາຊຽນ ແລະ ສະຫະລັດ ອາເມລິກາ ເພື່ອຮັດແຫນ້ນການຮ່ວມມື ອາຊຽນ-ສະຫະລັດ ອາເມລິກາ ໃນໄລຍະທີ່ ສປປ ລາວ ເປັນປະເທດປະສານງານຕະຫຼອດ 3 ປີຂ້າງໜ້າ.
ໃນວັນທີ 26 ກັນຍາ 2018, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີໄວ້ອາໄລ ແລະ ຂຽນປຶ້ມໄວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຕາມລໍາດັບດັ່ງນີ້:
1. ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.
2. ສະຫາຍ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
3. ສະຫາຍ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
4. ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,
ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ.
5. ຄະນະນໍາກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ນໍາພາຄະນະ ໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.