ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ຜູ້ລາຍງານພິເສດດ້ານສິດທິມະນຸດ ສປຊ ຢ້ຽມຢາມ ສປປ ລາວ

em s eu1

em s eu2 em s eu3

ອີງຕາມການເຊື້ອເຊີນຂອງທາງການລາວ, ທ່ານ ນາງ ມາດເດິບົວ ບຸກກິກຽວ (Maud de Boer-Buquicchio), ຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດ ກ່ຽວກັບ ການຄ້າຂາຍ ແລະ ການກົດຂີ່ຂູດຮີດເດັກນ້ອຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 8 ຫາ 16 ພະຈິກ 2017 ເພື່ອເກັບກຳແລກປ່ຽນຂໍ້ມູນນຳທັງພາກລັດ ແລະ ເອກະຊົນ ກ່ຽວກັບ ສະພາບການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຊ່ວຍເຫລືອ ແລະ ປົກປ້ອງເດັກນ້ອຍ ທີ່ຕົກເປັນເຫຍື່ອ ຫລື ມີຄວາມສ່ຽງຈາກການຖືກກົດຂີ່ຂູດຮີດທາງເພດ, ແຮງງານ ແລະ ການໃຊ້ຄວາມຮຸນແຮງອື່ນໆຢູ່ ສປປ ລາວ ເພື່ອພິຈາລະນາເອົາເຂົ້າໃນບົດລາຍງານຕໍ່ສະພາສິດທິມະນິດ ສປຊ ຕໍ່ໄປ ພາຍຫລັງທີ່ ສປປ ລາວ ໄດ້ ເຂົ້າເປັນພາຄີສົນທິສັນຍາສາກົນວ່າດ້ວຍສິດທິເດັກ ນັບແຕ່ປີ 1991 ເປັນຕົ້ນມາ.

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດປະເທດສະມາຊິກສະຫະພາບເອີຣົບ

DSC 0365

ໃນ​ວັນ​ທີ 08 ພະຈິກ 2017, ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງ ສປປປ ລາວ, ໄດ້ຕ້ອນຮັບການເຂົ້າ​ຢ້ຽມ​ຂໍ່ານັບຂອງບັນດາທູດປະເທດສະມາຊິກສະຫະພາບເອີຣົບ, ຊຶ່ງນໍາໂດຍທ່ານ ລີອົງ ໂປນ ຟາແບກ (Leon Paul Faber), ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປ ລາວ, ພ້ອມດ້ວຍບັນດາເອກອັກຄະລັດຖະທູດປະເທດສະມາຊິກສະຫະພາບເອີຣົບ ປະຈຳ ສປປ ລາວ ທີ່ບໍ່ມີສຳນັກງານຕັ້ງຢູ່ ສປປ ລາວ.

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດ ແຫ່ງລັດ ກາຕາ ຄົນໃໝ່ ປະຈໍາ ສປປ ລາວ

hup em Qatar

ໃນວັນທີ 08 ພະຈິກ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຊັກຄ໌ ຈາຊິມ ບິນ ອັບດຸລຣາມັນ ອາລ-ທານີ(Sheikh Jassim Bin Abdulrahman Al Thani), ເອກອັກຄະຣາຊະທູດ ແຫ່ງລັດ ກາຕາ ປະຈຳ ສປປ ລາວ ຄົນໃໝ່, ເຊິ່ງມີສໍານັກງານສະຖານທູດຕັ້ງຢູ່ບາງກອກ, ປະເທດໄທ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490034
ມື້ນີ້61
ມື້ວານ292
ອາທິດນີ້1233
ເດືອນນີ້3427