ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານທູດ ນິວຊີແລນ ປະຈຳ ສປປ ລາວ

fm greeting em new

      ໃນຕອນບ່າຍຂອງວັນທີ 23 ສິງຫາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ເບັນ ຄິງ (Ben KING), ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ສປປ ລາວ, ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ຊຶ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ບາງກອກ, ປະເທດໄທ.

ອ່ານເພີ່ມເຕີມ... 

ກິລາບານເຕະມິດຕະພາບໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017

lv football1

lv football2

        ໃນວັນທີ 18 ສິງຫາ 2017 ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັນຈັດງານແຂ່ງຂັນກິລາບານເຕະມິດຕະພາບ ເພື່ອເປັນການສ້າງຂະບວນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ (5/9/1962-5/9/2017) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18/7/1977-18/7/2017) ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍນັກກິລາ ແລະ ກອງເຊຍ ຈາກກະຊວງການຕ່າງປະເທດ ແລະ ສະຖານທູດຫວຽດນາມ ທັງໝົດຈຳນວນຮ້ອຍກວ່າຄົນ.

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ເອກອັກຄະລັດຖະທູດ ຈີນ ປະຈຳລາວຄົນໃໝ່

em new china1

em new china2

   ໃນຕອນເຊົ້າຂອງວັນທີ 18 ສິງຫາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫວັງ ເຫວີນທຽນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ. ຈີນ ປະຈຳ ສປປ ລາວ ຄົນໃໝ່.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486613
ມື້ນີ້6
ມື້ວານ161
ອາທິດນີ້275
ເດືອນນີ້6