ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວທີ່ບາງກອກ ເຊື່ອມຊຶມມະຕິ X ຂອງພັກ

BKKZZ1 BKKZZ2

 

ໃນຕອນເຊົ້າຂອງວັນທີ 14 ມີຖຸນາ 2016, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກໄທ ທີ່ ບາງກອກ, ໄດ້​​ເປີດ​ບັ້ນ ​ເຊື່ອມ​ຊຶມມະຕິ​ ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ​ພັກ ໃຫ້​ສະມາຊິກ​ພັກ, ພະນັກງານ​ສະຖານທູດ ​ໂດຍ​ການບັນຍາຍຂອງ ສະຫາຍ ຫລີ ບຸນຄ້ຳ, ເລຂາໜ່ວຍພັກ ທັງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຣາຊາອານາຈັກໄທ.

 

ການຈັດຕັ້ງເຊື່ອມຊຶມເອກະສານຄັ້ງນີ້ ປະກອບມີເອກະສານຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ, ເອກະສານບັນດາຄາດໝາຍໃຫຍ່ທີ່ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກສຳລັບໄລຍະແຕ່ນີ້ຮອດປີ 2030, 2025, 2020, ເອກະສານທິດທາງວຽກງານຈຸດສຸມໃນແຕ່ລະຂົງເຂດທີ່ຕ້ອງຈັດຕັ້ງປະຕິບັດ ໃນຊຸມປີຕໍ່ໜ້າ 2016 - 2020 ຂອງແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 8 ເພື່ອນຳພາປະເທດຊາດຫຼຸຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.

 

ພ້ອມນີ້, ໄດ້ມີຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນປະກອບໃສ່ບັນດາເນື້ອໃນເອກະສານຕ່າງໆ ເພື່ອເຮັດໃຫ້ລັດຖະບານກໍຄືອົງການປົກຄອງທ້ອງຖິ່ນ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຄຸ້ມຄອງມະຫາພາກ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຕາມກົດໝາຍ, ເອົາໃຈໃສ່ແກ້ໄຂຂອດຂອງການບໍລິຫານວຽກງານໃຫ້ກະທັດຮັດກວ່າເກົ່າ, ຮັບປະກັນໃຫ້ປະຊາຊົນສາມາດຊົມໃຊ້ການບໍລິການຂອງລັດດີຂຶ້ນເທື່ອລະກ້າວ, ສຸມໃສ່ແບ່ງຂັ້ນຄຸ້ມຄອງ ແລະ ດັດແປງກົນໄກການ ປະສານງານ ລະຫວ່າງຂະແໜງການສູນກາງດ້ວຍກັນ ແລະ ລະຫວ່າງສູນກາງກັບທ້ອງຖິ່ນໃຫ້ຈະແຈ້ງ ແລະ ກົມກຽວ, ອົງການປົກຄອງທ້ອງຖິ່ນລວມທັງຢູ່ຂັ້ນບ້ານຢູ່ຫຼາຍບ່ອນ ໄດ້ຈັດຕັ້ງປະຕິບັດບັ້ນທົດລອງວຽກງານ 3 ສ້າງ ຊຶ່ງໄດ້ຮັບຜົນສຳເລັດໃນເບື້ອງຕົ້ນເຮັດໃຫ້ຮາກຖານບ້ານ, ເມືອງໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.

 

ໃນໂອກາດກ່າວປິດບັ້ນເຊື່ອມຊຶມຄັ້ງນີ້, ທ່ານ ຫລີ ບຸນຄ້ຳ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງບັນດາພະນັກງານສະຖານທູດທັງໝົດ ທີ່ໄດ້ພ້ອມກັນຕັ້ງໜ້າ ແລະ ເອົາໃຈໃສ່ເຂົ້າຮັບຟັງດ້ວຍຄວາມຕັ້ງໃຈ ພ້ອມທັງໄດ້ຮຽກຮ້ອງໃຫ້ຜູ້ທີ່ເຂົ້າຮ່ວມຈົ່ງເຊີດຊູຄວາມສາມາຄີໃຫ້ເປັນປືກແຜ່ນ ແລະ ປະຕິບັດວຽກງານທີ່ໄດ້ຮັບມອບໝາຍ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

 

ໃນຕອນຄ່ຳຂອງວັນທີ 03 ມີຖຸນາ ທີ່ຜ່ານມາ, ທາງສະຖານທູດ ຍັງໄດ້ຈັດກອງປະຊຸມເພື່ອສະຫລຸບຜົນງານ 6 ເດືອນຕົ້ນປີ ແລະ ຜ່ານທິດທາງແຜນການສຳລັບ 6 ເດືອນທ້າຍປີຂອງຕົນຂຶ້ນ ທີ່ສະໂມສອນຂອງສະຖານທູດ ໂດຍການເຂົ້າຮ່ວມຂອງ ທ່ານ ຫລີ ບຸນຄ້ຳ ພ້ອມດ້ວຍພະນັກງານອ້າຍເອື້ອຍນ້ອງໝົດທຸກຄົນ ພາຍໃນສະຖານທູດ. ໃນໂອກາດດັ່ງກ່າວ ຍັງມີການເຜີຍແຜ່ມະຕິຄຳສັ່ງຕ່າງຂອງຂັ້ນເທິງອີກດ້ວຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485833
ມື້ນີ້132
ມື້ວານ206
ອາທິດນີ້869
ເດືອນນີ້5138