ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານທູດ ສປປ ລາວ ຄົນໃໝ່ ໄດ້ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ມົງໂກລີ

em mongolia yeaun1  em mongolia yeaun2

ໃນວັນທີ 15 ເມສາ 2016, ທ່ານ ສີອາລຸນກອນ ແສງອຸທອນ ໄດ້ເຂົ້າຢື່ນສານຕາຕັ້ງ ຕໍ່ພະນະທ່ານ Tsakhiagiin ELBERDORJ, ປະທານາທິບໍດີມົງໂກລີ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາມົງໂກລີ, ​ເຊິ່ງພິທີການມອບສານຕາຕັ້ງແມ່ນໄດ້ຈັດຂຶ້ນທີ່ທໍານຽບແຫ່ງລັດຢ່າງສົມກຽດ. ພາຍຫລັງຍື່ນສານຕາຕັ້ງແລ້ວ ທ່ານເອກອັກຄະລັດຖະທູດ ໄດ້ພົບປະກັບ ທ່ານປະທານາທິບໍດີ ຂອງມົງໂກລີ, ​ເຊິ່ງທ່ານເອກອັກະລັດຖະທູດລາວ ກໍ່ໄດ້ສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ Ts. Elberdorj, ​ແລະ ພະນະທ່ານປະທານາທິບໍດີ ຂອງມົງໂກລີ ກໍ່ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ພອນໄຊ ອັນປະເສີດມາຍັງ ປະທານປະເທດເຮົາເຊັ່ນດຽວກັນ.

ພ້ອມ​ດຽວ​ກັນ​ນັ້ນ, ທ່ານປະທານາທິບໍດີ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທູດທີ່ໄດ້ຮັບກຽດໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ສປປ ລາວ ປະຈໍາມົງໂກລີ. ທັງສອງຝ່າຍໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ໝາກຜົນການຮ່ວມມືລະຫວ່າງສອງປະເທດ, ຕະຫລອດໄລຍະຜ່ານມາ ຊຶ່ງສອງປະເທດມີການພົວພັນທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ, ມີຄວາມເຂົ້າອົກເຂົ້າໃຈກັນ ໂດຍຜ່ານການແລກປ່ຽນຄະນະຜູ້ແທນ ຂະແໜງການຕ່າງໆ ລະຫວ່າງສອງປະເທດ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ ແລະ ເຫັນຄວນສືບຕໍ່ການຮ່ວມມື ດັ່ງກ່າວ, ຊຶ່ງການພົບປະ ໄດ້ດຳເນີນໄປໃນບັນຍາກາດອັນອົບອຸ່ນ ແລະ ສະໜິດສະໜົມ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສີອາລຸນກອນ ແສງອຸທອນ ກໍໄດ້ຢືນຢັນວ່າ ຈະສຸມທຸກຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສຶບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ສອງຊາດ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ໄດ້ຮັບການພັດທະນາ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ມົງໂກລີ, ແລະ ຈະອອກແຮງຊຸກຍູ້ການພົວພັນ ແລະ ຮ່ວມມືສອງຝ່າຍ ທາງດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ ດັ່ງທີ່ ທັງສອງຝ່າຍ ໄດ້ຕົກລົງຮ່ວມກັນ ໃນກອງປະຊຸມຄັ້ງທີ 10 ຂອງ ຄະນະກຳມາທິການຮ່ວມມື ລາວ - ມົງໂກລີ, ມົງໂກລີ - ລາວ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ນອກຈາກ​ນີ້, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ແຈ້ງໃຫ້ການນຳສູງສຸດ ຂອງມົງໂກລີຊາບວ່າ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ມີຄວາມຍິນດີຈະເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 11 ທີ່ ມົງໂກລີ ເປັນເຈົ້າພາບຈັດ ໃນຄັ້ງນີ້ ແລະ ໄດ້ອວຍພອນ ໃຫ້ລັດຖະບານ ແລະ ປະຊາຊົນ ມົງໂກລີ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ ໃນການເລືອກຕັ້ງ ສະມາຊິກສະພາຄູຣານໃຫຍ່ ກໍ່ຄື ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ASEM ໃນມໍ່ໆນີ້.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມົງໂກລີ ໄດ້ ສ້າງຕັ້ງສາຍພົວພັນການທູດ ນຳກັນ ໃນວັນທີ 12 ກັນຍາ 1962, ຊຶ່ງປັດຈຸບັນ ສອງປະເທດ ມີສຳນັກງານການທູດ ຢູ່ນະຄອນຫລວງ ຂອງກັນ ແລະ ກັນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485852
ມື້ນີ້151
ມື້ວານ206
ອາທິດນີ້888
ເດືອນນີ້5157