ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ການຈັດພິທີປາຖະກະຖາເຜີຍແຜ່ ແລະ ເຊື່ອມຊືມເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

22223 Russian

 

ໃນຕອນແລງຂອງວັນທີ 22 ກຸມພາ 2023, ເວລາ 13:30 ໂມງ ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍ ໄດ້ຈັດຕັ້ງພິທີປາຖະກະຖາເພື່ອເຜີຍແຜ່ ແລະ ເຊື່ອມຊືມບັນດາເອກະສານສຳຄັນຂອງ ພັກ-ລັດ ຄື : ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 ), ຊຶ່ງໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ  ສະ​ຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ​ເລຂາ​ຫນ່ວຍ​ພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ. ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ຄະນະຫນ່ວຍພັກ, ສະມາຊິກພັກ,  ພະນັກງານສະຖານທູດ, ສະມາຄົມນັກສຶກສາ ແລະ ນັກສຶກສາທີ່ກຳລັງສຶກສາຢູ່ ສ.ຣັດເຊຍ ລວມທັງໝົດຈຳນວນ 16 ສະຫາຍ, ຍິງ 05 ສະຫາຍ.

ໃນພິທີປາຖະກະຖາ ຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ເນື້ອໃນກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ. ໃນພິທີ  ສະ​ຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ​ເລຂາ​ຫນ່ວຍ​ພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ  ປະຈໍາ ສ.ຣັດເຊຍ ໄດ້ໃຫ້ກຽດບັນລະຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ, ຊຶ່ງ ສະຫາຍ ໄດ້ຍົກໃຫ້ເຫັນເຖິງຜົນງານທີ່ຍາດມາໄດ້ໃນໄລຍະ 20 ປີ ທີ່ຜ່ານມາ, ຕີລາຄາຈຸດດີທີ່ຖອດຖອນໄດ້, ພ້ອມກັນນັ້ນ, ສະຫາຍໄດ້ຢັ້ງຢືນໃຫ້ເຫັນວ່າ: ຍາມໃດພັກເຮົາກໍ່ຍຶດໝັ້ນໃນທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ກຳແໜ້ນສະພາວະຄວາມເປັນຈິງຂອງປະເທດຊາດ ກໍ່ຄືຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ. ການບັນຍາຍເນື້ອໃນເອກະສານດັ່ງກ່າວນີ້ກໍ່ເພື່ອເຮັດໃຫ້ ຄະນະພັກ, ສະມາຊິກພັກ, ພະນັກງານ ແລະ ນັກສຶກສາ ໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກໍາແໜ້ນເນືຶ້ອໃນກອງປະຊຸມ ຢ່າງເລິກເຊິ່ງເຖິງຖອງ ບົນພື້ນຖານເພື່ອຍົກສູງນ້ຳໃຈຮັກຊາດ, ນ້ຳໃຈເສຍສະຫຼະເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປືກແຜນ, ເພີ່ງຕົນເອງ ແລະ ສ້າງເຂັ້ມແຂງໃຫ້ຕົນເອງ, ທັງນີ້ກໍ່ເພື່ອຫັນເອົາເນື້ອໃນວຽກງານການເມືອງ-ແນວຄິດ ທີ່ສະຫາຍເລຂາ ໄດ້ສະ          ເໜີແນະນຳເຂົ້າໝູນໃຊ້ໃນວຽກງານວິຊາສະເພາະຕົວຈິງຂອງຕົນ.

ກອງປະຊຸມຍັງໄດ້ຮັບຟັງການບັນລະຍາຍເອກະສານກ່ຽວກັບ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 )  ຊຶ່ງສະເໜີໂດຍ ສະຫາຍ ພັນເອກ ສີສະໄຫວ ສິມມະລິວົງ, ຮອງເລຂາໜ່ວຍພັກ, ທີ່ປຶກສາທູດຝ່າຍປ້ອງກັນຊາດ ເຊິ່ງໄດ້ຫວນຄືນມູນເຊື້ອປະຫວັດສາດໂດຍຍົກໃຫ້ຜູ້ເຂົ້າຮ່ວມໄດ້ເຫັນ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ພິລະກຳປະຫວັດການກຳເນີດ ຂອງກອງທັບປະຊາຊົນລາວ, ທາດແທ້, ມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້ ຂອງ ກອງທັບປະຊາຊົນລາວ ໂດຍພາຍໃຕ້ການຕໍ່ສູ້ຢ່າງພິລາດອາດຫານ ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ກ້າວໄປສູ່ການປະກາດສ້າງຕັ້ງເປັນກອງທັບລາວອິດສະຫຼະ (ກອງທັບປະຊາຊົນລາວໃນປັດຈຸບັນ) ໃນວັນທີ 20 ມັງກອນ 1949, ພ້ອມທັງຍົກໃຫ້ເຫັນຜົນງານການຕໍ່ສູ້ມີໄຊ, ການເຕີບໃຫຍ່ຂະຫຍາຍຕົວແຕ່ລະໄລຍະ ພາຍໃຕ້ການນໍາພາອັນປີຊາສາມາດສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ສາມາດຕີເອົາໄຊຊະນະພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່. ນອກນັ້ນ, ທີ່ໄດ້ຍົກໃຫ້ເຫັນຄວາມສາມາດ ແລະ ພິລະອາດຫານຂອງກອງທັບປະຊາຊົນລາວ ຍັງໄດ້ຜ່ານຜ່າອຸປະສັກນາໆປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ເຮັດສໍາເລັດພາລະກິດປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດ ສປປ ລາວ ໃນວັນ ທີ 02 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ຈົນມາເຖິງປັດຈຸບັນ ແລະ ຍັງເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ.

ການເຜີຍແຜ່ເຊື່ອມຊຶມມູນເຊື້ອຂອງກອງທັບປະຊາຊົນລາວ ດັ່ງກ່າວນີ້ ຍັງເຮັດໃຫ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ເຖິງເນື້ອໃນຈິດໃຈ, ປະຫວັດສາດທີ່ສຳຄັນຂອງຊາດ ແລະ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອ, ທາດແທ້ຂອງການປະຕິວັດຂອງກອງທັບປະຊາຊົນລາວ ແລະ ເຊື່ອມຊຶມເຂົ້າໃຈເຖິງຜົນງານມູນເຊື້ອນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນລາວ, ຄວາມສາມັກຄີເປັນປຶກແຜ່ນ, ການມີສະຕິລະວັງຕົວຕ້ານຍຸດທະສາດການຫັນປ່ຽນຂອງສັດຕູ, ຄວາມເປັນເຈົ້າການນໍາເອົາແນວທາງ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທຳປະຕິວັດຄຸນງາມຄວາມດີ ຂອງບັນດາຜູ້ນຳຮຸ້ນກ່ອນ ມາໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນ ໃຫ້ເກີດຜົນສູງສຸດ ເພື່ອການສ້າງສາພັດທະນາປະເທດຊາດ ໃນປະຈຸບັນໃຫ້ໄດ້ຮັບປະສິດທິພາບສູງຢ່າງບໍ່ຢຸດຢັ້ງ.

ອຸປະທູດລາວ ເຂົ້າຮ່ວມງານພົບປະສ້າງສັນ ຈັດໂດຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຮົງກາລີ

 

  

HONG 1

HONG 2

 

ໃນວັນທີ 14 ກຸມພາ 2023, ທີ່ ສຳນັກງານປະທານປະເທດ Sandor Palace, ທ່ານ ນາງ ບົວແກ້ວ ສຸນນະລາດ, ອຸປະທູດ ສປປ ລາວ ປະຈໍາ ສາທາລະນະລັດ ຮົງກາລີ ໄດ້ເຂົ້າຮ່ວມງານພົບປະສ້າງສັນ, ເຊິ່ງເປັນກຽດຈັດໂດຍ ພະນະທ່ານ ນາງ Katalin Novak, ປະທານປະເທດ ແຫ່ງ ສາທາລະນະລັດ ຮົງກາຣີ ແລະ ມີບັນດາທ່ານຜູ້ຕາງຫນ້າສຳນັກງານສະຖານທູດຕ່າງປະເທດໃນ ນະຄອນຫລວງ ບູດາແປສ ເຂົ້າຮ່ວມທັງຫມົດ 18 ປະເທດ.

ອ່ານເພີ່ມເຕີມ... 

ກອງປະຊຸມປຶກສາຫາລືທາງດ້ານນະໂຍບາຍ ພາຍໃຕ້ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2023

 

810 9537

810 9534

810 9525

ໃນວັນທີ 23-24 ກຸມພາ 2023, ສປປ ລາວ ແລະ ສ.ອາເມລິກາ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມປຶກສາຫາລືທາງດ້ານນະໂຍບາຍ ພາຍໃຕ້ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2023 (2023 Mekong-U.S. Partnership Policy Dialogue) ທີ່ ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ອຳມະລາ ແສນຈົງຮັກ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແລະ ທ່ານ ນ. Holly Linquist Thomas, ຫົວໜ້າຫ້ອງການຮ່ວມມືຫຼາຍຝ່າຍ, ກະຊວງການຕ່າງປະເທດ ແຫ່ງ ສ.ອາເມລິກາ ແລະ ມີບັນດາຜູ້ຕາງໜ້າຈາກພາກລັດຂອງບັນດາປະເທດສະມາຊິກແມ່ນໍ້າຂອງ ກໍ່ຄື ສປປ ລາວ, ກຳປູເຈຍ, ໄທ, ຫວຽດນາມ, ມຽນມາ ແລະ ສ.ອາເມລິກາ ເຂົ້າຮ່ວມທັງໝົດ ຈຳນວນ 60 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ືອທົບທວນຄືນໝາກຜົນຂອງຂອບການຮ່ວມມືໃນໄລຍະຜ່ານມາ ພາຍໃຕ້ແຜນປະຕິບັດງານຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2021-2023 (Mekong-U.S. Partnership Plan of Action 2021-2023) ກ່ຽວກັບ ບັນດານະໂຍບາຍ ແລະ ແຜນງານ ທີ່ເປັນຂົງເຂດບູລິມະສິດຂອງຂອບການຮ່ວມມື ແລະ  ເພື່ອກະກຽມ ພ້ອມທັງລາຍງານຜົນການປຶກສາຫາລື ໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສພາຍໃຕ້ຂອບການຮ່ວມມືດັ່ງກ່າວ. ກອງປະຊຸມຄັ້ງນີ້ ໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນປິ່ນອ້ອມ 6 ຫົວຂໍ້ໃຫຍ່ ຄື: 

  • ການບໍລິຫານຊັບພະຍາກອນທຳມະຊາດແບບຍືນຍົງ ໂດຍບັນດາປະເທດສະມາຊິກໄດ້ສຸມໃສ່ແລກປ່ຽນບົດຮຽນ ເພື່ອສ້າງແນວຄວາມຄິດລິເລີ່ມຂອງຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ກ່ຽວກັບ ການສົ່ງເສີມການພັດທະນາຢູ່ໃນການບໍລິຫານຈັດການ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດຕິດພັນກັບການຂະຫຍາຍຕົວທາງເສດຖະກິດແບບຍືນຍົງ.
  • ການພັດທະນາຊັບພະຍາກອນມະນຸດ ບັນດາປະເທດແມ່ນໍ້າຂອງໄດ້ປຶກສາຫາລືແລກປ່ຽນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພົນລະເມືອງ ໂດຍສະເພາະໃນບັນດາປະເທດແມ່ນໍ້າຂອງ ເປັນຕົ້ນແມ່ນ ການພັດທະນາທັກສະ, ຝຶກອົບຮົມວິຊາຊີບ ແລະ ການແລກປ່ຽນດ້ານການສຶກສາໃນທຸກຂົງເຂດ.
  • ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ເປັນຕົ້ນແມ່ນການປຶກສາຫາລືໂດຍແນໃສ່ຄວາມປອດໄພລະຫວ່າງ ຊາຍແດນ, ການຄ້າສິ່ງຜິດກົດຫມາຍລະຫວ່າງຊາຍແດນ, ອາດຊະຍາກຳຂ້າມຊາດ, ການຕ້ານການຄ້າມະນຸດ, ລວມໄປເຖິງການຟື້ນຟູສະພາບເສດຖະກິດ-ສັງຄົມພາຍຫລັງການແຜ່ລະບາດ.
  • ຄວາມໝັ້ນຄົງດ້ານສຸຂະພາບ ໂດຍໄດ້ສຸມໃສ່ຄວາມປອດໄພຂ້າມຊາຍແດນ, ການນຳໃຊ້ເຄື່ອງມື ແລະ ອຸປະກອນທາງການແພດທີ່ທັນສະໄຫມເຂົ້າໃນການແພດ ເພື່ອກະກຽມຮັບມື ແລະ ຕ້ານການແຜ່ລະບາດຂອງພະຍາດລະບາດທີ່ອາດຈະເກີດຂຶ້ນໃນອະນາຄົດ.
  • ຄວາມໝັ້ນຄົງດ້ານສະບຽງອາຫານ ໄດ້ປຶກສາຫາລື ເພື່ອການພັດທະນານະວັດຕະກຳ ເພື່ອຮັບມືກັບການປ່ຽນແປງສະພາບດິນຟ້າອາກາດເຂົ້າໃນການກະເສດ, ການຫຼຸດຜ່ອນຜົນກະທົບຂອງສະພາບອາກາດທີ່ມີການປ່ຽນແປງ, ການຊອກຫາຊະນິດພັນພືດ ແລະ ສັດຕູພືດ, ແລະ ບັນດາມາດຕະການທີ່ຈຳເປັນ ເພື່ອປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ.
  • ການເຊື່ອມໂຍງທາງດ້ານເສດຖະກິດ ໂດຍສຸມໃສ່ການປັບປຸງ, ກໍ່ສ້າງພື້ນຖານໂຄງລ່າງແບບຍືນຍົງ, ການພັດທະນາແລວທາງເສດຖະກິດຂ້າມຊາຍແດນໃນບັນດາປະເທດແມ່ນໍ້າຂອງ, ປັບປຸງການອຳນວຍຄວາມສະ ດວກດ້ານການຄ້າຂ້າມຊາຍແດນ ເພື່ອສົ່ງເສີມການເຊື່ອມໂຍງລະຫວ່າງຕາເວັນອອກ ແລະ ຕາເວັນຕົກ.

ພ້ອມດຽວກັນນີ້, ໃນກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ແຜນການຮ່ວມມືໃນຕໍ່ໜ້າ ຂອງຂອບການຮ່ວມມື ໂດຍສະເພາະບັນດາແຜນງານ, ກິດຈະກຳ ທີ່ຈະຈັດໃນປີ 2023 ແລະ ບັນດາຂໍ້ສະເໜີ ຈາກປະເທດສະມາຊິກແມ່ນໍ້າຂອງ ເພື່ອເປັນຈຸດສຸມໃນການສ້າງແຜນປະຕິບັດງານຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2024-2026 (Mekong-U.S. Partnership Plan of Action 2024-2026) ເພື່ອເຮັດໃຫ້ການຮ່ວມມືມີການສືບຕໍ່ໃນອະນາຄົດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490025
ມື້ນີ້52
ມື້ວານ292
ອາທິດນີ້1224
ເດືອນນີ້3418