ນະຄອນຫຼວງວຽງຈັນ, 23 ຕຸລາ 2020
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໂອຕຣິດ ຄົບຮອບ 65 ປີ, ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພາລະນາໄມສົມບູນ ແລະ ປະຊາຊົນໂອຕຣິດ ທຸກຖ້ວນໜ້າ ຈົ່ງມີແຕ່ຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງ ຕະຫຼອດກາລະນານ.
ພະນະທ່ານ ອາເລັກຊັງເດີເດິ ໂຄຣ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ແບນຊິກ
ທີ່ບຣຸກແຊນ
ພະນະທ່ານ,
ຂ້າພະເຈົ້າຮູ້ສຶກເປັນກຽດ ແລະຍິນດີສົ່ງຄຳຊົມເຊີຍອັນຈິງໃຈມາຍັງພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ແບນຊິກ.
ນະຄອນຫຼວງວຽງຈັນ, ວັນທີ ຕຸລາ 2020
ສະຫາຍ ຫງວຽນ ຟູ້ ຈ໋ອງ;
ຂ້າພະເຈົ້າ ສຸດທີ່ເປັນຫ່ວງ ເມື່ອໄດ້ຊາບຂ່າວວ່າ ພາຍຫຼັງ ພາຍຸໂນອຶນ (ເລກ5) ໄດ້ພັດເຂົ້າຫວຽດນາມ ໃນເດືອນກັນຍາ 2020 ຜ່ານມາ, ກໍ່ໄດ້ມີພາຍຸ Linfa (ເລກ6) ແລະ Nangka (ເລກ7) ພັດເຂົ້າບັນດາແຂວງພາກກາງ ຂອງຫວຽດນາມຕື່ມອີກຕິດຕໍ່ກັນ, ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງແກ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຫວຽດນາມອ້າຍນ້ອງ.