ນະຄອນຫຼວງວຽງຈັນ, ວັນທີ 10 ກໍລະກົດ 2020
ພະນະທ່ານ,
ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ຝຣັ່ງ ຄົນໃໝ່, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຄະນະລັດຖະບານ ຝຣັ່ງ ຈົ່ງມີຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກປະການ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຝຣັ່ງ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ທັງໃນຂອບ ສອງຝ່າຍ ແລະ ຫຼາຍຝ່າຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບໂລກ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຊ໋ອງ ກາສເຕັກສ໌,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ຝຣັ່ງ
ທີ່ ປາຣີ
ນະຄອນຫຼວງວຽງຈັນ, ວັນທີ 13 ກໍລະກົດ 2020
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຝຣັ່ງ ຄົບຮອບ 231 ປີ, ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ຢ່າງຈິງໃຈ ແລະ ອວຍພອນອັນປະເສີດ ມາຍັງພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ພະລານາໄມສົມບູນ, ພ້ອມດ້ວຍປະຊາຊົນຝຣັ່ງທຸກຖ້ວນໜ້າ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ໃນຊຸມປີທີ່ຜ່ານມາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ຝຣັ່ງ ໄດ້ຮັບການຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຝຣັ່ງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນມີຄຸນຄ່າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ອັນເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ການພົວພັນຮ່ວມມືດັ່ງກ່າວ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ເລິກເຊິ່ງຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ເອັມມານູແອນ ມາຄຣົງ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ
ທີ່ ປາຣີ
ນະຄອນຫຼວງວຽງຈັນ, ວັນທີ 13 ກໍລະກົດ 2020
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງສາທາລະນະລັດ ຝຣັ່ງ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຊື່ນຊົມເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຄະນະລັດຖະບານຝຣັ່ງ ທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຝຣັ່ງ ຈະໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.
ດ້ວຍຄວາມນັບຖືຢ່າງສູງ
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຊ໋ອງ ກາສເຕັກສ໌
ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດຝຣັ່ງ
ທີ່ປາຣີ
ນະຄອນຫຼວງວຽງຈັນ, ວັນທີ 13 ກໍລະກົດ 2020
ພະນະທ່ານ,
ໃນໂອກາດການສະເຫຼີມສະຫຼອງວັນຊາດ 14 ກໍລະກົດ ຂອງປະຊາຊົນຝຣັ່ງ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ,ມີຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກປະການ ໃນການປະຕິບັດໜ້າທີ່ອັນສູງສົ່ງຂອງພະນະທ່ານ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ໂດຍເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້ໃນຊຸມປີທີ່ຜ່ານມາ ແລະ ດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອຍາວນານ ລະຫວ່າງ ສອງປະເທດ, ກໍ່ຄືສອງກະຊວງການຕ່າງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງຍິ່ງໆຂຶ້ນໃນອະນາຄົດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຊັງ ອີວວ໌ ເລີ ດຣຽງ,
ລັດຖະມົນຕີກິດຈະການເອີຣົບ ແລະ ການຕ່າງປະເທດ
ແຫ່ງ ສາທາລະນະລັດຝຣັ່ງ
ທີ່ ປາຣີ
ນະຄອນຫຼວງວຽງຈັນ, ວັນທີ 08 ກໍລະກົດ 2020
ພະນະທ່ານ,
ເນື່ອງໃນໂອກາດວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພາບ ມຽນມາ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນມຽນມາ ທຸກຖ້ວນໜ້າ ຈົ່ງປະສົບຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດພັດທະນາປະເທດ ຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລຍິ່ງໆຂຶ້ນ.