ພະນະທ່ານອາເບະ ຊິນໂຊ
ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ
ທີ່ນະຄອນຫຼວງໂຕກຽວ
ພະນະທ່ານ,
ຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈທີ່ໄດ້ຮັບຊາບຂ່າວເຫດການດິນເຈື່ອນ ແລະ ນໍ້າຖ້ວມ ຢູ່ພາກຕາເວັນຕົກສ່ຽງໃຕ້, ປະເທດຍີ່ປຸ່ນ ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ ນັບແຕ່ວັນທີ 4 ກໍລະກົດ 2020 ເປັນຕົ້ນມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ເຂດດັ່ງກ່າວຢ່າງໜັກໜ່ວງ.
ວັນທີ 02 ກໍລະກົດ 2020
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະລັດ ອາເມຣິກາ ຄົບຮອບ 244 ປີ, ຂ້າພະເຈົ້າ ໃນນາມລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນອາເມຣິກາທຸກທົ່ວໜ້າ.
ນະຄອນຫຼວງວຽງຈັນ, ວັນທີ 01 ກໍລະກົດ 2020
ພະນະທ່ານ,
ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ແຫ່ງ ສະຫະພັນ ສາທາລະນະລັດ ໂຊມາລີ ຄົບຮອບ 60 ປີ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ໂຊມາລີ ທຸກຖ້ວນໜ້າ.