ນະຄອນຫຼວງວຽງຈັນ, ວັນທີ 18 ມີນາ 2019
ພະນະທ່ານ,
ພວກຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມສະເທືອນໃຈ ຕໍ່ ເຫດການຍິງສັງຫານປະຊາຊົນ ຢູ່ທີ່ ວັດມັດສະຍິກ Masjid Al Noor ແລະ Linwood, ໃນວັນທີ 15 ມີນາ 2019 ທີ່ ເມືອງໄຄຣເຊີດ, ອັນໄດ້ເຮັດໃຫ້ປະຊາຊົນຜູ້ບໍລິສຸດເສຍຊິວິດ ແລະ ໄດ້ຮັບບາດເຈັບ ເປັນຈຳນວນຫຼວງຫຼາຍ.
ເນື່ອງໃນໂອກາດ ວັນສ້າງຕັ້ງອາເຊັມ ຄົບຮອບ 23 ປີ, ໃນວັນທີ 1 ມີນາ, ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງປະຊາຊົນ ລາວ ແລະ ປະຊາຊົນ ຂອງບັນດາປະເທດສະມາຊິກອາເຊັມ ທັງໝົດ.
ນະຄອນຫຼວງວຽງຈັນ, 07 ກຸມພາ 2019
ພະນະທ່ານ,
ໃນນາມລັດຖະບານ, ປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດ ທີ່ ພະນະທ່ານ ໄດ້ຖືກແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕຣາລີ.