ນະຄອນຫຼວງວຽງຈັນ, ວັນທີ 01 ພຶດສະພາ 2019
ສົມເດັດ,
ເນື່ອງໃນໂອກາດພິທີບໍຣົມລາຊາພິເສກຂຶ້ນຄອງລາດຊະບັນລັງຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ ຢ່າງເປັນທາງການ ເຊິ່ງເປັນພິທີທີ່ມີຄວາມໝາຍສຳຄັນສຳລັບປວງຊົນຊາວຍີ່ປຸ່ນທຸກຖ້ວນໜ້າ, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ແລະ ພະບໍຣົມວົງສານຸວົງທຸກພະອົງ.
ເຖິງ:- ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,
- ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ,
- ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ,
- ສູນກາງແນວໂຮມປະເທດຊາດຫວຽດນາມ
ທີ່ນະຄອນຫຼວງຮ່າໂນ້ຍ
ບັນດາສະຫາຍ ທີ່ຮັກແພງ,
ນະຄອນຫຼວງວຽງຈັນ, ວັນທີ 16 ເມສາ 2019
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈຕໍ່ເຫດການໄຟໄໝ້ໂບດວິຫານ ໂນເທີດາມ ຊຶ່ງຕັ້ງຢູ່ທີ່ ນະຄອນຫຼວງປາຣີ ໃນວັນທີ 15 ເມສາ 2019 ທີ່ໄດ້ກໍ່ໃຫ້ເກີດຄວາມສູນເສຍທາງດ້ານສະຖາປະຕິຍະກຳທີ່ເປັນສັນຍະລັກ ແລະ ປະຫວັດສາດຂອງ ຝຣັ່ງ.