ຕອບສະໜອງຕາມການເຊີນຂອງ ທ່ານ ເປຮິນ ດາໂຕະ ລິມ ຈອກ ເຊັງ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ ແລະ ທ່ານ ດາໂຕະ ສິລິ ອານິຟາ ຮາຈິ ອາມານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະດຳເນີນການຢ້ຽມຢາມຢ່າງເປັນທາງການ, ຢູ່ ບຣູໄນ ດາຣູຊາລາມ, ໃນລະຫວ່າງວັນທີ 14-16 ມີນາ 2017 ແລະ ສືບຕໍ່ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ໃນລະຫວ່າງວັນທີ 16-18 ມີນາ 2017, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ບຣູໄນ ແລະ ລາວ-ມາເລເຊຍ.
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ, ຈະເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ຣາຊະອານາຈັກ ກຳປູເຈຍ, ແຕ່ວັນທີ 22-23 ກຸມພາ 2017, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ.
ຕອບສະໜອງຕາມການເຊີນຂອງ ທ່ານ ດຣ. ວິວຽນ ບາລາຄຣິສນັນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ຢູ່ ສາທາລະນະລັດ ສິງກະໂປ, ໃນລະຫວ່າງວັນທີ 12-13 ກຸມພາ 2017, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ສິງກະໂປ.