ໃນວັນທີ 10 ພຶດສະພາ 2024, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ຄັ້ງທີ 30 ທີ່ ຈາກາກຕາ, ອິນໂດເນເຊຍ ພາຍໃຕ້ການເປັນປະທານຮ່ວມ ມຽນມາ ແລະ ສປ ຈີນ....
ໃນວັນທີ 13 ພຶດສະພາ 2024, ຢູ່ ສໍານັກງານໃຫຍ່ອົງການການຄ້າໂລກ (ອຄລ) ທີ່ ເຊີແນວ, ປະເທດ ສະວິດສ, ໂດຍການມອບໝາຍຈາກລັດຖະບານ ແຫ່ງ ສປປ ລາວ, ທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ຫ້ອງການ ສປຊ ແລະອົງການຈັດຕັ້ງສາກົນອື່ນໆ ທີ່...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 15 ພຶດສະພາ 2024 ພະນະທ່ານ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມ ສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ....
ປະຫວັດຫຍໍ້ |
|
ຊື່ແລະ ນາມສະກຸນ: |
ໂພໄຊ ໄຂຄຳພິທູນ |
ວັນ/ເດືອນ/ປີເກິດ: |
28 ທັນວາ 1968 |
ສະຖານທີ່ເກີດ: |
ແຂວງຫົວພັນ, ສປປ ລາວ |
ສະຖານະພາບ: |
ສົມລົດກັບ ທ່ານ ນາງ ສຸດດາວອນ ໄຂຄຳພິທູນ, ມີບຸດຊາຍ 2ຄົນ. |
ສາສະໜາພຸດ: |
ພຸດ |
ຕຳແໜ່ງ: |
ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ |
ປະຫວັດການສຶກສາ |
|
1992: |
ສຳເລັດການສຶກສາປະລິນຍາໂທ ວິຊາພົວພັນສາກົນ, ມະຫາວິທະຍາໄລພົວພັນການຕ່າງປະເທດ (MGIMO), ອະດິດສະຫະພາບ ໂຊວຽດ. |
1997 |
ສຳເລັດການຝຶກອົບຮົມ ພາສາອັງກິດ (8 ເດືອນ), ມະຫາວິທະຍາໄລ ວິກຕໍເຣຍ, ປະເທດ ນິວຊີແລນ. |
1999 |
ສຳເລັດການຝຶກອົບຮົມ ທີ່ສູນສຶກສາຄວາມຫມັ້ນຄົງ (3 ເດືອນ), ລັດຮາວາຍ, ປະເທດ ສະຫະລັດ ອາເມລິກາ |
2011 |
ສຳເລັດການບຳລຸງທິດສະດີການເມືອງ ແລະ ການປົກຄອງ ຫຼັກສູດ ຊັ້ນສູງ ພິເສດເລັ່ງລັດ (5 ເດືອນ), ທີ່ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ນະຄອນຫຼວງວຽງຈັນ, ສປປ ລາວ. |
ພາສາຕ່າງປະເທດ |
|
ອັງກິດ, ລັດເຊຍ ແລະ ໄທ |
ປະສົບການ |
|
1992 |
ເຂົ້າເປັນພະນັກງານກະຊວງການຕ່າງປະເທດ, ວິຊາການກົມເອີຣົບ-ອາເມຣິກາ, ຮັບຜິດຊອບໂຕະຣັດເຊຍ ແລະ ປະເທດອະດີດສະຫະພາບໄຊວຽດ. |
3/1993 |
ວິຊາການພະແນກ ອາເມຣິກາ, ກົມເອີຣົບ-ອາເມຣິກາ, ຮັບຜິດຊອບວຽກງານຂຸດຄົ້ນ ແລະ ຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ສູນຫາຍໃນປາງສົງຄາມຢູ່ລາວ (MIA). |
1995: |
ຮັບຜິດຊອບໂຕະອາເມຣິກາ ແລະ ການາດາ, ພະແນກອາເມຣິກາ, ກົມເອີຣົບ ແລະ ອາເມຣິກາ. |
1999: |
ເປັນຮອງຫົວຫນ້າພະແນກ ອາເມຣິກາ, ກົມເອີຣົບ ແລະ ອາເມຣິກາ. |
09/06/2004 |
ເປັນຫົວຫນ້າພະແນກ ອາເມຣິກາ, ກົມເອີຣົບອາເມຣິກາ. |
10/2007 |
ເປັນເລຂາເອກ ແລະ ຮອງຫົວຫນ້າສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປະເທດແບນຊິກ, ໂຮນລັງ, ລຸກຊຳບວກ ແລະ ອີຢູ. |
01/2009 |
ເປັນທີປຶກສາ ແລະ ຮອງຫົວຫນ້າສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປະເທດ ແບນຊິກ, ໂຮນລັງ, ລຸກຊຳບວກ ແລະ ອີຢູ. |
26/02/2010 |
ເປັນຮອງຫົວຫນ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. |
21/05/2015 |
ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຟິລິບປິນ. |
07/06/2018 |
ເປັນຫົວຫນ້າຫ້ອງການກະຊວງການຕ່າງປະເທດ. |
21/06/2021-ປະຈຸບັນ |
ຮອງລັດຖະມົນຕີກະຊວງການຕ່າງປະເທດ |
ກິລາ |
ກ໋ອຟ ແລະ ບານເຕະ |