ໃນວັນທີ 22 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂຣບິນ ມູດີ (Robyn MUDIE), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແຫ່ງ ອົດສະຕຣາລີ, ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ກຳປູເຈຍ ເນື່ອງໃນໂອກາດທີ່ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ເວທີຄວາມສາມາດການເປັນຜູ້ນຳອາຊຽນ ຄັ້ງທີ 13, ໃນລະຫວ່າງວັນທີ 6-7 ສິງຫາ 2016, ທີ່ ນະຄອນຫຼວງວຽງຈັນ .
ໃນວັນທີ 6 ສິງຫາ 2016, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ເຕໂຈ ຮຸນ ເເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ໃນໂອກາດດັ່ງກ່າວສອງຝ່າຍໄດ້ຕີລາຄາວ່າການພົວພັນແລະການຮ່ວມມືມີບາດກ້າວຂະຫຍາຍຕົວແລະແຕກດອກອອກຜົນຢ່າງຕໍ່ເນື່ອງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆ, ການແລກປ່ຽນການສ້າງຕັ້ງສະຖານໃຫຍ່ກົງສຸນ ເຊິ່ງກັນ ແລະ ກັນ; ສອງຝ່າຍໄດ້ຕົກລົງເປັນເອກກະພາບໃຊ້ປຶ້ມຜ່ານແດນເພື່ອເດີນທາງໄປປະເທດກັນ ແລະ ກັນ ຢູ່ຕາມບໍລິເວັນຊາຍແດນຂອງສອງປະເທດ, ສືບຕໍ່ກະກຽມຂັ້ນຕອນຕ່າງໆໃນການເປີດດ່ານສາກົນ ໜອງນົກຂຽນ-ຕຣາປຽກກຣຽນ ໃນທ້າຍປີນີ້; ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການປັກຫຼັກໝາຍຊາຍແດນລະຫວ່າງປະເທດ ຢູ່ບໍລິເວນ 4 ຈຸດ ທີ່ຍັງບໍ່ທັນປະຕິບັດສຳເລັດ; ບັນຫາການໂອນນັກໂທດ ລະຫວ່າງ ສອງປະເທດ ສອງຝ່າຍຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງດຳເນີນວຽກງານ ກ່ຽວກັບການໂອນນັກໂທດ ໃຫ້ສຳເລັດໂດຍໄວ ເພື່ອປະຕິບັດນະໂຍບາຍທາງດ້ານມະນຸດສະທຳຮ່ວມກັນ; ວຽກງານການສ້າງທາງເຊື່ອມຈອດ ລະຫວ່າງສອງປະເທດ ໂດຍການກໍ່ສ້າງເສັ້ນທາງ ແລະ ຂົວເຊລຳເພົາ-ຕຸນເລຣໍເປີ ທີ່ມີຄວາມຍາວ 145 ເເມັດ ແລະ ເສັ້ນທາງເຊື່ອມຕໍ່ແຕ່ ເມືອງມູນລະປະໂມກ ຫາ ຂົວເຊລຳເພົາ ເຊິ່ງມີຄວາມຍາວ 72 ກິໂລເເມັດ ເພື່ອສ້າງເງືອນໄຂສະດວກທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ໃຫ້ນັ້ບມື້ນັບເຕີບໃຫຍ່ຂະຫຍາຍ ຕົວຫຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານກຳປູເຈຍ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການເປັນປະທານອາຊຽນຂອງ ສປປ ລາວ ໂດຍສະເພາະ ການປະກອບສ່ວນສຳຄັນໃນການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລັະດັບລັດຖະມົນຕີອື່ນໆ ທີ່ກ່ຽວຂ້ອງ ຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ ຈົນໄດ້ຮັບຜົນສຳເລັດອັນຈົບງາມ ແລະ ຕີລາຄາສູງຕໍ່ຄວາມໝັ້ນໝາຍ ລັດຖະບານກຳປູເຈຍທີ່ຈະສືບຕໍ່ປະກອບສ່ວນໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເພື່ອຮັບປະກັນຜົນສຳເລັດຂອງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນ ທີ່ ນະຄອນຫຼວງວຽງຈັນ ໃນຕົ້ນເດືອນກັນຍາ ທີ່ຈະມາເຖິງນີ້.
ໃນວັນດຽວກັນ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເເຊນ ໄດ້ເຂົ້າຮ່ວມກອງປະຊຸມ ເວທີຄວາມສາມາດການເປັນຜູ້ນຳອາຊຽນ ຄັ້ງທີ 13 ແລະ ຂຶ້ນຮັບລາງວັນຄວາມສຳເລັດແຫ່ງອາຊຽນ.