ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

pm cambodia 1  pm cambodia 2

 

ໂດຍຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ ສົມ​ເດັດ ອັກຄະມະຫາ​ເສນາ​ບໍດີ ​ເຕ​ໂຈ ຮຸນ​ແຊນ, ນາຍົກລັດຖະມົນຕີ​ແຫ່ງ ຣາຊະ​ອານາຈັກ​ ກໍາປູ​ເຈຍ, ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະຄະນະ ​ໄດ້ເດີນທາງ​ໄປ​ຢ້ຽມຢາມ​ ຣາຊະ​ອານາຈັກ​ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ, ​ແຕ່​ວັນ​ທີ 27-28 ມິຖຸນາ 2016, ​ເພື່ອ​ຮັດ​ແໜ້ນ ​ແລະ​ເສີມ​ຂະຫຍາຍ​ສາຍ​ພົວພັນມິດຕະພາບ ທີ່​ມີ​ມາ​ແຕ່​ດົນ​ນານ ລະຫວ່າງສອງ​ປະ​ເທດ.

ອ່ານເພີ່ມເຕີມ... 

ລາວ-ກູບາ ເພີ່ມທະວີການພົວພັນຮ່ວມມື ໃຫ້ແໜ້ນແຟ້ນຍິ່ງຂຶ້ນ

 

PD Cuba1

 

ໃນ​ວັນ​ທີ 22 ມິຖຸນາ 2016,​ ທີ່ ​ສໍານັກງານສູນ​ກາງ​ພັກ, ສະຫາຍ​ ບຸນ​ຍັງ ວໍລະ​ຈິດ, ​ເລຂາທິການ​ໃຫຍ່,​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ປະຊາຊົນ​ປະຕິວັດ​ລາວ, ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ ​ຂອງ​ສະຫາຍ ຊາ​ລວາ​ດໍ ອັງ​ໂຕ​ນີ​ໂອ ວາລ​ເດດ​ສ ​ເມ​ຊາ, ກໍາມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ລັດ​ກູ​ບາ, ຜູ້ຕາງໜ້າ​ພິ​ເສດ​ຂອງ​ ສະຫາຍ ຣາອູ​ນ ກາດ​ສ​ໂຕຼ ຣູດສ, ​ເລຂາທິການ​ທີ​ໜຶ່ງ,​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ ​ພ້ອມ​ດ້ວຍ​ຄະນະ​ ທີ່​ເດີນທາງ​ມາຢ້ຽ​ມຢາມ ສປປ ລາວ​​ ໃນລະຫວ່າງ ວັນ​ທີ 22-23 ມິຖຸນາ ນີ້. ເພື່ອ​​ແຈ້ງ​ຜົນ​ສໍາ​ເລັດ​ ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VII ຂອງ​ພັກກອມ​ມູນິດ​ກູ​ບາ.

ອ່ານເພີ່ມເຕີມ... 

ລາວ-ລຸກຊຳບວກ ສະຫລອງການສ້າງສາຍພົວພັນການທູດ

 

SLX LND19thwb

 

ໃນວັນທີ 22 ມິຖຸນາ 2016, ທີ່ ໂຮງແຮມເສດຖາປາລາສ, ນະຄອນຫລວງວຽງຈັນ, ສະຖານທູດລຸກຊຳບວກ ປະຈຳລາວ ໄດ້ຈັດງານສະເຫລີມສະຫລອງວັນຊາດລຸກຊຳບວກ ແລະ ການສ້າງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ຄົບຮອບ 19 ປີ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໂຣເບິດ ລໍເອີຣ (Robert Lauer), ເອກອັກຄະລາຊະທູດ ລຸກຊຳບວກ ປະຈໍາ ປະເທດໄທ ແລະ ທ່ານ ໂຄລດ ເຢິນເຊັນ, ອຸປະທູດຊົ່ວຄາວ ປະຈຳ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ບັນດາທູຕານຸທູດ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490707
ມື້ນີ້27
ມື້ວານ233
ອາທິດນີ້232
ເດືອນນີ້4100