ໃນວັນທີ 23 ມິຖຸນາ 2016 ນີ້, ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ອິສະວານ ຕໍໂລດ, ເຈົ້າຄອງນະຄອນບູດາແປສ໌ ແຫ່ງ ປະເທດຮົງກາລີ ພ້ອມດ້ວຍຄະນະ ໃນໂອກາດຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 22-23 ມິຖຸນາ ນີ້.
ກອງປະຊຸມ ຄັ້ງທີ 25 ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນ ທີ່ ນະຄອນດານັງ ໃນວັນທີ 20 ມິຖຸນາ 2016, ຄະນະຜູ້ແທນຊາຍແດນຝ່າຍລາວນຳໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ເລຮວ່າຍຈຸງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ ແລະ ຕາງໜ້າຈາກບັນດາແຂວງຊາຍແດນຂອງສອງປະເທດ.
ໃນຕອນບ່າຍຂອງ ວັນທີ 22 ມິຖຸນາ 2016, ທີ່ ຫ້ອງຮັບແຂກຂອງກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຮັບການເຂົ້າຢ້ຽມຄຳນັບ ຂອງ ທ່ານ ອິສະວານ ທາລອຊ໌ (IstvánTarlós), ເຈົ້າຄອງນະຄອນຫລວງ ບູດາແປສ໌, ປະເທດ ຮົງກາຣີ ພ້ອມດ້ວຍຄະນະ.