ໃນວັນທີ 6 ພະຈິກ 2018, ທີ່ ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງໃຫ້ ທ່ານ ສີທົງ ຈິດໂຍທິນ ເພື່ອໄປດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ; ທ່ານ ພົງສະຫວັນ ສີສຸລາດ ໄປດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ອັງກິດ; ທ່ານ ສົງການ ຫລວງມຸນິນທອນ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຟີລິບປິນ ແລະ ທ່ານ ບຸນແນມ ຈວງຫອມ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິນເດຍ.
ໃນຕອນເຊົ້າ ວັນທີ 5 ພະຈິກ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີເປີດງານວາງສະແດງສີນຄ້ານຳເຂົ້າສາກົນຈີນ ຄັ້ງທີ 1 ( China International Import - Expo) ທີ່ ນະຄອນຊຽງໄຮ້, ສປ ຈີນ ພາຍໃຕ້ການເປັນປະທານຂອງ ພະນະທ່ານ ສີ ຈີ້ນຜີງ, ປະທານປະເທດ ແຫ່ງ ສປ ຈີນ ຮ່ວມກັບ 12 ປະເທດທີ່ຖືກເຊີນມາຮ່ວມງານດັ່ງກ່າວໃນຖານະປະເທດປະທານຮ່ວມ. ເຂົ້າຮ່ວມງານວາງສະແດງຄັ້ງນີ້ມີຄະນະຜູ້ແທນທາງພາກລັດ ແລະ ເອກະຊົນເຂົ້າຮ່ວມຈາກ 130 ກ່ວາປະເທດ ໃນນີ້ມີລະດັບປະມຸກລັດ ແລະ ລັດຖະບານ 18 ປະເທດ ລວມທັງ ສປປ ລາວ.