ໃນວັນທີ 22 ສິງຫາ 2019, ທີ່ ໂຮງແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມປຶກສາຫາລື ກ່ຽວກັບ ການສົ່ງເສີມຄວາມຮັບຮູ້ ວ່າດ້ວຍອັນຕະລາຍຂອງລະເບີດບໍ່ທັນແຕກ ຫຼື ສິ່ງເສດເຫຼືອໃນປາງສົງຄາມ ຢູ່ບັນດາປະເທດສະມາຊິກອາຊຽນ (ARMAC Consultative Meeting on Enhancing Awareness Programs on the Danger of Mine/Explosive Remnants of War among ASEAN Member States).
ໃນຕອນເຊົ້າຂອງ ວັນທີ 16 ສິງຫາ 2019, ຢູ່ທີ່ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້້າຢ້ຽມອໍາລາ ຂອງ ທ່ານ ມີຄາອີນ ບາຣານນົບ, ເອກອັກຄະລັດຖະທູດ ແຫ່ງ ສ. ຣັດເຊຍ ປະຈໍາ ສປປ ລາວ.