ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ກອງປະຊຸມສຳມະນາວິຊາການ ໃນຫົວຂໍ້: “ໜຶ່ງແລວໜຶ່ງເສັ້ນທາງ: ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ ສປປ ລາວ”

IFAChNWeb

 

ໃນຕອນເຊົ້າຂອງວັນທີ 21 ພະຈິກ 2018, ທີ່ ສູນຝຶກອົບຮົມແລະ ຮ່ວມມືສາກົນ (ICTC), ນະຄອນຫຼວງວຽງຈັນ, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມສຳມະນາວິຊາການຂຶ້ນ ພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ: ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ ສປປ ລາວ”. ກ່າວເປີດກອງປະຊຸມສຳມະນາໃນຄັ້ງນີ້ແມ່ນ ທ່ານ ນາງ ໄກມະນີ ອໍລະບູນ, ຮອງຫົວໜ້າສະຖາບັນການຕ່າງປະເທດ ແລະ ທ່ານ ຊິນ ເສິນ, ເລຂາເອກ ສະຖານເອກອັກຄະລັດຖະທູດ ສປ ຈີນ, ທີ່ ນະຄອນຫຼວງວຽງຈັນ. ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມທີ່ເປັນນັກຄົ້ນຄວ້າ ແລະ ນັກວິຊາການ ຈາກບັນດາສະຖາບັນ ແລະ ຂະແໜງການຕ່າງໆຂອງພາກລັດ ເຂົ້າຮ່ວມຫຼາຍກວ່າ 40 ທ່ານ.

ອ່ານເພີ່ມເຕີມ... 

ລັດຖະບານລາວ ແຕ່ງຕັ້ງ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ແຂວງຟູກູໂອກະ, ປະເທດ ຍີ່ປຸ່ນ

2018.11.21LaoEmbToJapan

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດ ຍີ່ປຸ່ນ ໄດ້ສຳເລັດການຈັດພິທີມອບສານແຕ່ງຕັ້ງຢ່າງສົມກຽດ ໃຫ້ແກ່ ທ່ານ ເທັດສຶຈິ ກາວາເບະ (Mr. Tetsuji KAWABE), ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ແຂວງຟູກູໂອກະ, ປະເທດຍີ່ປຸ່ນ ໃນວັນທີ 21 ພະຈິກ 2018, ໂດຍ ທ່ານ ວິໂຣດສູນດາຣາ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດຍີ່ປຸ່ນ ເປັນຜູ້ຕາງໜ້າໃຫ້ລັດຖະບານລາວ ມອບສານແຕ່ງຕັ້ງໃຫ້ ກົງສຸນກິດຕິມະສັກລາວຄົນໃໝ່ ໃນຄັ້ງນີ້, ເຊິ່ງໃນພິທີດັ່ງກ່າວໄດ້ມີພະນັກງານສະຖານທູດ ແລະ ຝ່າຍຍີ່ປຸ່ນ ທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເວທີການຮ່ວມມື ລະຫວ່າງ ພາກພື້ນອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຄັ້ງທີ 19

2018112021FEALACSOMinVientiane

ໃນລະຫວ່າງວັນທີ 20-21 ພະຈິກ 2018, ສປປ ລາວ ​ໄດ້​ເປັນເຈົ້າພາບຈັດກອງ​ປະຊຸມ​ເຈົ້າໜ້າທີ່ ອາວຸໂສ​ເວທີ​ການ​ຮ່ວມ​ມື ລະຫວ່າງ ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ (Forum for East Asia and Latin America Cooperation ຫຼື FEALAC) ຄັ້ງທີ 19 ຂຶ້ນທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ, ຊຶ່ງເປັນຄັ້ງທຳອິດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງ ປະຊຸມໃນລະດັບເຈົ້າຫນ້າທີ່ອາວຸໂສໃນຂອບການຮ່ວມມືດັ່ງກ່າວ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ ຂອງ ​ທ່ານ ສົງ​ການ ຫຼວງ​ມູ​ນິນ​ທອນ, ຫົວ​ໜ້າ​ກົມ​ເສດ​ຖະ​ກິດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ (ຕາງໜ້າພາກ​ພື້ນອາຊີ) ແລະ ທ່ານ Jairo DAVID ESTRADA BARRIOS, ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກົວເຕມາລາ (ຕາງໜ້າພາກ​ພື້ນ​ອາເມລິກາລາຕິນ). ເຂົ້າຮ່ວມກອງປະ ຊຸມຄັ້ງນີ້​ ມີບັນດາ​ເຈົ້າໜ້າທີ່ອາວຸໂສ ແລະ ຜູ້ຕາງໜ້າຈາກປະເທດ ສະມາຊິກຟີ​ແລກ (FEALAC 36 ປະ​ເທດ), ບັນດາຜູ້ຕາງໜ້າຈາກພາກສ່ວນຕ່າງໆ ເປັນຕົ້ນກອງເລຂາ ອິນເຕີເນັດ ຟີແລັກ, ຄະນະ​ກຳມາ​ທິການ​ວຽກ​ເສດຖະກິດ ​ແລະ ສັງຄົມ ສໍາລັບ​ພາກ​ພື້ນ ອາຊີ-ປາຊີ​ຟິກ ຂອງ ສປຊ, ແລະ ຄະນະ​ກຳມາ​ທິການ​ເສດຖະກິດ ​ແລະ ສັງຄົມ ສໍາລັບ​ພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ຄາ​ລິ​ບຽນ ຂອງ ສປຊ, ລວມທັງ ບັນດາຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຕ່າງໆ ຂອງ ສປປ ລາວ ເຂົ້າຮ່ວມ ປະມານ 200 ທ່ານ.

ອ່ານເພີ່ມເຕີມ... 

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508840
ມື້ນີ້235
ມື້ວານ381
ອາທິດນີ້1493
ເດືອນນີ້7230