ຕອນເຊົ້າວັນທີ 9 ເມສານີ້ ຢູ່ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳລາຊະອານາຈັກໄທ;ທ່ານຫງວ້ຽນ ຮ່າຍ ບັງ, ເອກອັກຄະລັດຖະທູດແຫ່ງສສ. ຫວຽດນາມປະຈໍາລາຊະອານາຈັກໄທ ໄດ້ເຂົ້າອວຍພອນປີໃໝ່ລາວ ພ.ສ 2561 ແດ່ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດແຫ່ງສປປລາວປະຈໍາລາ ຊະອານາຈັກໄທ, ມີພະນັກງານສອງສະຖານທູດເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນບ່າຍຂອງວັນທີ 22 ມີນາ 2018, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ຈັດພິທີສະເຫຼີມສະຫຼອງປີໃໝ່ລາວ ພສ 2561 ຂື້ນຢ່າງເບີກບານມ່ວນຊື່ນ. ໃຫ້ກຽດເຂົ້າຮ່ວມງານຄັ້ງນີ້ໂດຍ ທ່ານລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີກໍາປູເຈຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ, ບັນດາທູດຕານຸທູດອາຊຽນ ແລະ ບັນດາທູດປະເທດສັງຄົມນິຍົມ, ພະນັກງານກໍາປູເຈຍ, ຄົນລາວທີ່ດໍາລົງຊີວິດ ແລະ ດໍາເນີນທຸລະກິດຢູ່ກໍາປູເຈຍ, ນັກສຶກສາລາວຝ່າຍພົນລະເຮືອນ ແລະ ຝ່າຍທະຫານ ເຂົ້າຮ່ວມປະມານ 150 ຄົນ.
ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ແລະ ເປັນການຫວນຄືນມູນເຊື້ອວັນສຳຄັນຂອງພັກ ໃຫ້ພະນັກງານ - ສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈຕື່ມນັ້ນ, ໃນວັນທີ 23 ມີນາ 2018, ໜ່ວຍພັກສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນກວາງໂຈ, ສປ ຈີນ, ໄດ້ຈັດພິທີປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ. ເປັນກຽດບັນຍາຍໂດຍ ສະຫາຍ ບຸນປັນ ກົງຍິນໄຊຍະແສງ, ເລຂາໜ່ວຍພັກ, ມີພະນັງານ - ສະມາຊິກສະຖານກົງສູນ, ການບິນລາວ ແລະ ສະມາຊິກພັກນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.