ໃນວັນທີ 27 ພຶດສະພາ 2016, ທ່ານ ສົງການ ຫລວງມຸນິນທອນ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ, ທີ່ ພະນົມເປັນ, ປະເທດກໍາປູເຈຍ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ກັງ ຢຸນ-ຮູນ, ຫົວໜ້າກົມກິດຈະການອາຊີໃຕ້ ແລະ ປາຊີຟິກ, ກະຊວງການຕ່າງປະເທດຂອງ ສ.ເກົາຫລີ ແລະ ທ່ານ ສົກ ສີພັນນາ, ທີ່ປຶກສາປະຈຳກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ຂອງ ກຳປູເຈຍ ແລະ ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ພ້ອມດ້ວຍຄະນະ ຈາກປະເທດແມ່ນໍ້າຂອງ (ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ) ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 23 ພຶດສະພາ 2016, ທີ່ ກະຊວງການຕ່າງປະເທດ, ໄດ້ມີການແລກປ່ຽນໜັງສືທາງການທູດ ລະຫວ່າງ ກະຊວງການຕ່າງປະເທດ ແລະ ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ເພື່ອຈັດຕັ້ງປະຕິບັດ ສັນຍາຂົນສົ່ງທາງອາກາດ (Air Service Agreement) ລະຫວ່າງ ສປປ ລາວ- ແລະ ຍີ່ປຸ່ນ. ຕາງໜ້າໃຫ້ລັດຖະບານລາວແມ່ນ ທ່ານ ວິໂຣດ ສຸນດາຣາ, ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນ ທ່ານ ຣຽວທາໂຣະ ຊູຊູກິ, ອຸປະທຸດຊົ່ວຄາວຍີ່ປຸ່ນ ປະຈຳ ສປປ ລາວ ເພື່ອແລກປ່ຽນໜັງສືດັ່ງກ່າວ.
ໃນວັນພະຫັດ, ວັນທີ 12 ພຶດສະພາ 2016, ທ່ານ ວິລະວົງ ເວຍຣະວົງ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ລ໋ອງ ວິສະໂລ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ເພື່ອຍື່ນສັນຍາບັດ ເປັນກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ແຂວງຊຽງແຕງ ໂດຍມີຄວາມຮັບຜິດຊອບອີກ 4 ແຂວງຄື: ແຂວງຣັດຕະນະກີຣີ, ມົນດົນກີຣີ, ກຼໍແຈະ ແລະ ແປຼະວີເຮຍ.