ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

20190110LaoEmbToindia

ໃນວັນທີ 10 ມັງກອນ 2019, ທີ່ທຳນຽບປະທານາທິບໍດີ ຣາສະຕຼາປະຕີ ບາວັນ (Rashtrapati Bhavan), ນິວ ເດນລີ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານແຕ່ງຕັ້ງຕໍ່ ພະນະທ່ານ ຣາມ ນາດ ໂກວິນ (Ram Nath Kovind), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ, ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະ ນະລັດ ອິນເດຍ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂອຕຣິດ

20190108AmbLaoToAustriaPrestAGM

ໃນຕອນເຊົ້າຂອງວັນທີ 7 ມັງກອນ 2019, ທີ່ທຳນຽບປະທານາທິບໍດີ, ນະຄອນຫລວງວຽນ, ສາທາລະນະລັດ ໂອຕຣິດ, ທ່ານ ສີທົງ ຈິດໂຍທິນ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ອາເລັສຊັນເດີ ເເວນເດີ ເບວເເລນ (Alexander Vander Bellen), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂອຕຣິດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ໂອຕຣິດ.

ອ່ານເພີ່ມເຕີມ... 

ທູດລາວ ພົບປະໂອ້ລົມກັບນັກສຶກສາລາວ ທີ່ກໍາລັງສຶກສາ ຢູ່ ຣາຊະອານາຈັກ ກໍາປູເຈຍ

CambodiaWeb19

 

ໃນຕອນເຊົ້າຂອງວັນທີ 23 ທັນວາ 2018, ທ່ານ ອໍາໄພ ກິນດາວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ, ທີ່ມີສໍານັກງານຕັ້ງຢູ່ນະຄອນຫຼວງພະນົມເປັນ ພ້ອມດ້ວຍພະນັກງານນັກການທູດ ໄດ້ໄປພົບປະໂອ້ລົມກັບບັນດານ້ອງໆນັກສຶກສາລາວ ທີ່ກໍາລັງສຶກສາຄົ້ນຄ້ວາຮໍ່າຮຽນຢູ່ນະຄອນຫຼວງພະນົມເປັນ, ຈໍານວນນັກສຶກສາທັງໝົດມີ 64 ຄົນ. ໃນນັ້ນ, ມີນັກສຶກສາຝ່າຍປົກຄອງ ຈໍານວນ 49 ຄົນ ແລະ ຝ່າຍກອງທັບ 15 ຄົນ, ຊຶ່ງເປັນທຶນແລກປ່ຽນ ລະຫວ່າງ ລັດຖະບານຂອງສອງປະເທດ ລາວ ແລະ ກໍາປູເຈຍ ປີລະ 10 ທຶນ ແລະ ເລີ້ມແຕ່ປີ 2019 ຈະເພີ້ມເປັນປີລະ 15 ທຶນ. ພິທີດັ່ງກ່າວໄດ້ຈັດຂື້ນຢູ່ຫ້ອງປະຊຸມ ທີ່ ຫໍພັກຂອງນັກສຶກສາຕ່າງປະເທດ. ໃນພິທີດັ່ງກ່າວ ໄດ້ມີຕາງໜ້າໃຫ້ຄະນະນັກສຶກສາຂື້ນສະຫຼຸບລາຍງານຫຍໍ້ສະພາບການຮຽນ ແລະ ການດໍາລົງຊີວິດປະຈໍາສົກປີ 2017-2018 ໃຫ້ທ່ານທູດ ແລະ ຄະນະນໍາສະຖານທູດໄດ້ຮັບຊາບ ໂດຍໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດໃນການສຶກສາຄົ້ນຄ້ວາຮໍ່າຮຽນໃນໄລຍະຜ່ານມາ. ໃນນັ້ນ, ກໍ່ໄດ້ສະແດງໃຫ້ເຫັນທາງດ້ານການເມືອງ-ແນວຄິດ, ດ້ານວິຊາສະເພາະ, ການເຄື່ອນໄຫວນອກຫຼັກສູດ ແລະ ຜົນງານຕ່າງໆ ທີ່ໄດ້ປະກອບສ່ວນເຄື່ອນໄຫວໃນໄລຍະຜ່ານມາ ເວົ້າເຖິງຈຸດດີ, ຈຸດອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການດໍາລົງຊີວິດໃນຫໍພັກ ແລະ ຂໍ້ສະເໜີອື່ນໆ ຜ່ານມາສະຖານທູດລາວ ກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ຄໍາຕັກເຕືອນ ແລະ ຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ນັກສຶກສາໄດ້ຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ປະສານກັບກະຊວງສຶກສາຊາວໝຸ່ມ ແລະ ກິລາ ຂອງກໍາປູເຈຍ ເພື່ອເປັນການຊຸກຍູ້ສົ່ງເສີມດ້ານການສຶກສາຮໍ່າຮຽນ ໃຫ້ໄດ້ຮັບຜົນດີ.

ອ່ານເພີ່ມເຕີມ... 

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508834
ມື້ນີ້229
ມື້ວານ381
ອາທິດນີ້1487
ເດືອນນີ້7224