ໃນວັນທີ 23 ສິງຫາ 2016, ທີ່ ນະຄອນຫຼວງວຽງຈັນ, ກົມການຂ່າວ ກະຊວງການຕ່າງປະເທດ ໃນນາມໜ່ວຍງານສູນຂ່າວ ແລະ ຄຸ້ງຄອງສື່ມວນຊົນຕ່າງປະເທດ, ອະນຸກຳມະການໂຄສະນາເຜີຍແຜ່ວັດທະນະທຳ ແລະ ຂ່າວສານ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້ ວຽກງານການຄຸ້ມຄອງສື່ມວນຊົນຕ່າງປະເທດ ໃຫ້ແກ່ພະນັກງານປະສານງານດ້ານການຂ່າວ ໂດຍການເປັນປະທານຂອງ ທ່ານ ພອນທະວີ ບຸດດາລາ, ຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດ, ຫົວໜ້າສູນຂ່າວຕ່າງປະເທດ; ມີບັນດາທ່ານຄະນະກົມການຂ່າວ, ຄະນະພະແນກກົມການຂ່າວ, ພະນັກງານຈາກກະຊວງການຕ່າງປະເທດ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ 120 ກວ່າທ່ານ.
ໃນກອງປະຊຸມ, ທ່ານ ພອນທະວີ ບຸດດາລາ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ຮັບຮູ້ ເຂົ້າໃຈ ເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມທີ່ກ່ຽວຂອງອື່ນໆ ທີ່ ສປປ ລາວ ຈະເປັນເຈົ້າພາບໃນ ວັນທີ 6-8 ກັນຍາ 2016 ນີ້, ຄວາມໝາຍຄວາມສໍາຄັນຂອງວຽກງານດ້ານການຂ່າວ, ການແນະນຳ, ການຄຸ້ມຄອງ ແລະ ອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ນັກຂ່າວຕ່າງປະເທດທີ່ຈະມາເກັບກຳຂ່າວໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ໃນລະຫວ່າງວັນທີ 6-8 ກັນຍາ 2016. ຫຼັງຈາກນັ້ນ, ຄະນະພະແນກຈາກກົມການຂ່າວ ກໍ່ໄດ້ພັດປ່ຽນກັນຂຶ້ນບັນຍາຍ ໃນຫົວຂໍ້ຕ່າງໆ ຄື: ວຽກງານບໍລິຫານສູນຂ່າວຕ່າງປະເທດ, ວຽກງານຂໍ້ມູນຂ່າວສານ ແລະ ປະຊາສຳພັນ, ວຽກງານພາຫະນະ ແລະ ໂຮງແຮມ ແລະ ວຽກງານຄຸ້ມຄອງສື່ມວນຊົນຕ່າງປະເທດ. ແລະ ໃນຕອນບ່າຍກໍໄດ້ລົງທັດສະນະສຶກສາເບິ່ງສະຖານທີ່ສູນຂ່າວຕ່າງປະເທດ ICTC ແລະ ຫໍປະຊຸມແຫ່ງຊາດ NCC.
ໃນວັນທີ 12 ສິງຫາ 2016, ຢູ່ທີ່ ນະຄອນຫລວງປັກກິ່ງ, ໄດ້ມີພິທີລົງນາມຖະແຫລງການຮ່ວມວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ລີເບີເຣຍ. ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ລົງນາມໃນຖະແຫລງການຮ່ວມຄັ້ງນີ້ ແມ່ນ ທ່ານ ນາງ ວັນດີ ບຸດທະສະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ປະຊາຊົນຈີນ ແລະ ຕາງໜ້າໃຫ້ລັດຖະບານ ລີເບີເຣຍ ລົງນາມໃນຖະແຫລງການແມ່ນ ທ່ານ Dudley McKinley Thomas, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ລີເບີເຣຍ. ການລົງນາມສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນ ທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ລີເບີເຣຍ ໃນອານາຄົດ. ລີເບີເຣຍ ກາຍເປັນປະເທດທີ 139 ທີ່ ສປປ ລາວ ມີການພົວພັນການທູດນຳ.
ໃນຕອນເຊົ້າຂອງວັນທີ 10 ສິງຫາ ທີ່ຜ່ານມານີ້, ທ່ານ ຕິ່ງ ສຸກສັນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ, ໄດ້ພົບປະ ແລະ ໂອ້ລົມ ກັບບັນດາພະນັກງານຂອງສະຖານທູດ ສປປ ລາວ, ທີ່ ບາງກອກ, ຣາຊາອານາຈັກໄທ, ເພື່ອແຈ້ງສະພາບ ກ່ຽວກັບ ການພັດທະນາຊັບພະຍາກອນມະນຸດ ພາຍໃນກະຊວງການຕ່າງປະເທດ ແລະ ເປັນການໃຫ້ທິດຊີ້ນຳໃນການປະຕິບັດວຽກງານ ຂອງບັນດາອ້າຍເອື້ອຍນ້ອງພະນັກງານໃນສະຖານທູດ.