ນະຄອນຫຼວງວຽງຈັນ, ວັນທີ 3 ຕຸລາ 2022
ສະຫາຍທີ່ຮັກແພງ,
ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 73 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.
ນະຄອນຫຼວງວຽງຈັນ, 3 ຕຸລາ 2022
ພະນະທ່ານ,
ເນື່ອງໃນໂອກາດ ວັນແຫ່ງການທ້ອນໂຮມ ປະເທດ ເຢຍລະມັນ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ປະຊາຊົນ ເຢຍລະມັນ ເພື່ອນມິດ.
ນະຄອນຫຼວງວຽງຈັນ. ວັນທີ 22 ກັນຍາ 2022
ສົມເດັດ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ແລະ ຜ່ານ ສົມເດັດ ໄປຍັງ ລັດຖະບານ, ປະຊາຊົນ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິດ ອາຣັບບີ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ ຄົບຮອບ 92 ປີ.