ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ການນຳຂັ້ນສູງ ແຫ່ງ ສປປ ລາວ ສົ່ງສານອວຍພອນວັນຊາດ ເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ຣາຊະອານາຈັກ ລຸກຊຳບວກ

 

ສົມ​ເດັດ ແກ​ຣນ ດຸກ ເຮັນ​ຣີ

ເຈົ້າຊີວິດ ແຫ່ງ ຣາຊະອານາຈັກລຸກຊໍາບວກ

ລຸກຊໍາບວກ

ສົມເດັດ​,

ເນື່ອງໃນໂອ​ກາດວັນຊາດ ແຫ່ງ ຣາຊະອານາຈັກລຸກຊໍາບວກ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງຂໍສົ່ງຄຳ​ຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະອົງ ຈົ່ງມີພະລານະໄມສົມບູນ, ອາຍຸໝັ້ນຂວັນຍືນ ແລະ ປະຊົນລຸກຊໍາບວກຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມວັດທະນາຖາວອນ.

ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາ​ແຕ່ຍາວນານ ລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ຂະຍາຍຕົວຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນ​​ສອງຊາດພວກເຮົາ ກໍຄື ເພື່ອ ສັນຕິພາບແລະ ການຮ່ວມມືສາກົນ.

ດ້ວຍຄວາມນັບຖືຢ່າງສູງ,

ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

--------------------------------------------------------------------------

 

ພະນະທ່ານ ຊາ​ວີ​ແອ ແບດ​ເຕີນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ

ລຸກຊໍາບວກ

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກລຸກຊໍາບວກ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນລຸກຊໍາບວກ ທຸກຖ້ວນໜ້າຈົ່ງມີຄວາມຜາສຸກ ແລະ ວັດທະນາຖາວອນ.

ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການເສີສ້າງໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດພວກເຮົາ, ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ ເພື່ອການພັດທະນາແບບຍືນຍົງ.

 

ດ້ວຍຄວາມນັບຖືຢ່າງສູງ,

 ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

--------------------------------------------------------------------------

ພະນະທ່ານຊັງ ອາແຊນບອນ

ລັດຖະມົນຕີຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ

ລຸກຊໍາບວກ

 

ພະນະທ່ານ,

​ເນື່ອງໃນໂອກາວັນຊາດ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດທຸກປະການໃນການປະຕິບັດໜ້າທີ່ອັນສູງສົ່ງຂອງທ່ານ.

ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການເສີມຂະຍາຍໃຫ້ແໜ້ນແກ່ນ ແລະ ເລິກເຊິ່ງຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົກໍຄືເພື່ອສັນຕິພາບໃນ​ພາກ​ພື້ນ ແລະ ໃນ​ໂລກ ແລະ ການຮ່ວມມືເພື່ອການພັດທະນາ​.

ວ້ຍຄວາມນັບຖືຢ່າງສູງ,

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນວັນຊາດ ເຖິງ ສົມ​ເດັດ ພ​ະ​ຣາ​ຊິ​ນີ ເອ​ລີ​ຊາ​ເບດ ທີ 2 ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງ​ເໜືອ

ສົມ​ເດັດ ພ​ະ​ຣາ​ຊິ​ນີ ເອ​ລີ​ຊາ​ເບດ ທີ 2

ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງ​ເໜືອ

​ທີ່ ລອນດອນ

ສົມ​ເດັດ ພ​ະ​ຣາ​ຊິ​ນີ ທີ່​ນັບ​ຖື,

ເນື່ອງໃນໂອກາດວັນຊາດ ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ​ອັງ​ກິດ ແລະ ອຽກ​ລັງ​ເໜືອ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ, ອາ​ຍຸ​ໝັ້ນ​ຂວັນ​ຍືນ ແລະ ວັດ​ທະ​ນະ​ຖາ​ວອນ.

ອ່ານເພີ່ມເຕີມ... 

ສານຊົມເຊີຍວັນຊາດ ແຫ່ງ ສະຫະພັນ ຣັດເຊຍ

   ນະຄອນຫລວງ​ວຽງ​ຈັນ, ວັນ​ທີ  ມິຖຸນາ 2018

ພະນະ​ທ່ານ ວະລາ​ດີ​ເມຍ ປູ​ຕິນ,

ປະທານ​າທິບໍດີ ​ແຫ່ງ ສະຫະພັນ ຣັດ​ເຊຍ

ທີ່ ນະ​ຄອນ​ຫລວງ ມົດ​ສະ​ກູ

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487781
ມື້ນີ້27
ມື້ວານ194
ອາທິດນີ້143
ເດືອນນີ້1174