ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ໂທລະເລກສະແດງຄວາມເຫັນໃຈ ຈາກການນໍາຂັ້ນສູງ ສປປ ລາວ ສົ່ງເຖິງ ການນໍາຂັ້ນສູງ ສສ. ຫວຽດນາມ ຕໍ່ເຫດການຜົນກະທົບຈາກພາຍຸເລກ 3 ທີ່ພັດເຂົ້າພາກກາງ ແລະ ພາກເໜືອຂອງ ສສ. ຫວຽດນາມ


ເຖິງ- ສະຫາຍ ເຈີນ ດ໋າຍ ກວ່າງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິ​ຍົມ ຫວຽດນາມ.

- ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິ​ຍົມ ຫວຽດນາມ.

ທີ່ ນະຄອນຫຼວງຮ່າໂນ້ຍ

ບັນດາສະຫາຍທີ່ນັບຖື,

ພວກຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມເສົ້າສະຫຼົດໃຈ ແລະເປັນຫ່ວງເປັນໄຍຕໍ່ກັບເຫດການຜົນກະທົບຈາກພະຍຸເລກ 3 ທີ່ພັດເຂົ້າພາກກາງ ແລະ ພາກເໜືອ ຂອງ ຫວຽດນາມ ເຮັດໃຫ້ເກີດມີຜົນຕົກໜັກ, ນໍ້າຖ້ວມ ແລະ ດິນເຊາະເຈື່ອນ ຢູ່ບັນດາແຂວງ ເຫງະອານ, ຮວາບິງ, ກວາງນິ່ງ, ແທ່ງຮວ້າ, ເຊີນລາ, ຝູ້ເຖາະ, ອຽນບ້າຍ, ຫາຍຟອງ, ຫາຍເຢື່ອງ, ຮານາມ, ນາມດິງ, ຖ້າຍບິງ, ຮ່າຕີ້ງ. ຊຶ່ງໄດ້ສ້າງຄວາມເສຫາຍຢ່າງໜັກໜ່ວງເຖິງຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມອ້າຍນ້ອງ ກໍ່ຄືພື້ນຖານໂຄງລ່າງຂອງບັນດາແຂວງທີ່ໄດ້ຖືກຜົນກະທົບໃນຄັ້ງນີ້.

ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສົ່ງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງຈິງໃຈມາຍັງບັນດາສະຫາຍ ແລະ ໂດຍຜ່ານບັນດາສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະເພາະແມ່ນອຳນາດການປົກຄອງ ແລະຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.

ພວກຂ້າພະເຈົ້າ ເຊື່ອໝັ້ນວ່າພາຍໃຕ້ການນຳພາ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງພັກ, ລັດຖະບານຫວຽດນາມ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ​ປະຊາຊົນຫວຽດນາມອ້າຍນ້ອງ ຈະ​​ຜ່ານຜ່າທຸກຄວາມຍຸ້ງຍາກນີ້ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ດ້ວຍຄວາມນັບຖືຢ່າງສູງ,

ນະຄອນຫຼວງວຽງຈັນ, ວັນທີ 24 ກໍລະກົດ 2018

ບຸນຍັງ ວໍລະຈິດ,

ປະທານປະເທດ,

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທອງລຸນ ສີສຸລິດ,

ນາຍົກລັດຖະມົນຕີ,

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ


ສານຊົມເຊີຍວັນຊາດ ​ແຫ່ງ ລາຊະ​ອານາຈັກ ແບນ​ຊິກ

ສົມ​ເດັດ ​ພະ​ລາ​ຊາ ຟີ​ລິບ

ແຫ່ງ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ

ນະ​ຄອນຫຼວງ​ບ​ຣຸກ​ແຊນ

            ​ສົມ​ເດັດ ​ພະ​ລາ​ຊາ,

            ​ເນື່ອງ​ໃນ​ໂອກ​າດວັນຊາດ​ ແຫ່ງ ລາຊະ​ອານາຈັກ ແບນ​ຊິກ, ຕາງໜ້າ​ໃຫ້​ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ,ຂ້າພະ​ເຈົ້າ ຂໍ​ຖື​ເປັນກຽດສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ​ ແລະ ພອນ​ໄຊ​ອັນ​ປະ​ເສີດ ​ມາ​ຍັງ ​​ສົມ​ເດັດ ​ພະ​ລາ​ຊາ​ ແລະ ຜ່ານ ​​ສົມ​ເດັດ ​ພະ​ລາ​ຊາ ໄປ​ຍັງ​ປະຊາຊົນແບນ​ຊິກ​ທຸກ​ຖ້ວນໜ້າ ຈົ່ງ​ມີ​ພະລາ​ນາໄມ​ສົມບູນ ​ແລະ ມີຄວາມຈະເລີນວັດທະນາ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487777
ມື້ນີ້23
ມື້ວານ194
ອາທິດນີ້139
ເດືອນນີ້1170