ໃນວັນທີ 13 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ລໍເຣັນໂຊ ກາລັງຕີ (Lorenzo Galanti), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອີຕາລີ ປະຈໍາ ສປປ ລາວ, ຊຶ່ງມີສຳນັກງານຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ, ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.
ໃນວັນທີ 12 ກໍລະກົດ 2022, ທີ່ ສະຖານທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ບັນດາການນຳຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ, ເຂົ້າຮ່ວມພິທີໃນຄັ້ງນີ້ ມີ: ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ; ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາມລຳດັບ, ເຊິ່ງເນື້ອໃນການເຊັນປຶ້ມໄຫວ້ອາໄລ ມີຄືດັ່ງນີ້:
ໃນລະຫວ່າງວັນທີ 06-08 ກໍລະກົດ 2022, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງ ຝ່າຍ ລາວ-ກໍາປູເຈຍ ໄດ້ນໍາພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການ ຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14, ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ຕາມຄໍາເຊື້ອເຊີນຂອງ ພະນະທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກໍາປູເຈຍ-ລາວ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນຄູ່ຮວມຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງ ຍາວນານ ລະຫວ່າງສອງຊາດ ລາວ-ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.