ໃນວັນທີ 02 ມິຖຸນາ 2022, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ທ່ານ ນາງ ສີຈັນ ວິພາວັນ, ໄດ້ເດີນທາງເຂົ້າຢ້ຽມຂ່ຳນັບ ພະບາດສົມເດັດພະວະສິຣະເກົ້າເຈົ້າຢູ່ຫົວ ແລະ ພຣະຣາຊີນີ ແຫ່ງ ຣາຊະອານາຈັກໄທ ແລະ ເຂົ້າຢ້ຽມຂ່ຳນັບ ກົມສົມເດັດພະກະນິຖາທິລາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍລົມຣາຊະກຸມລີ ແຫ່ງ ຣາຊະອານາຈັກໄທ, ໃນໂອກາດເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນຖານະແຂກຂອງລັດຖະບານ, ໂດຍການນຳພາເຂົ້າຢ້ຽມຂ່ຳນັບ ໃນຄັ້ງນີ້ ຂອງ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ພັນລະຍາ ທ່ານ ນາງ ວະຣາພອນ ຈັນໂອຊາ.
ໃນວັນທີ 31 ພຶດສະພາ 2022, ເວລາ 09:09 ໂມງ, ກະຊວງການຕ່າງປະເທດ ໄດ້ຈັດພິທີປູກຕົ້ນໄມ້ມຸງຄຸນ (ຕົ້ນດອກຄູນ) ຢູ່ເດີ່ນທາງດ້ານໜ້າຂອງກະຊວງການຕ່າງປະເທດ, ໃຫ້ກຽດເຂົ້າຮ່ວມພິທີປູກຕົ້ນໄມ້ໃນຄັ້ງນີ້ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຮອງລັດຖະມົນຕີ, ຄະນະກົມ ແລະ ພະນັກງານກະຊວງການຕ່າງປະເທດຈໍານວນໜຶ່ງ ເຂົ້າຮ່ວມຢ່າງພ້ອມພຽງ.