ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງອຸປະທູດ ແຫ່ງ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ

02018.8.21 slx hup l

ໃນວັນທີ 21 ສິງຫາ 2018, ເວລາ 9:00 ໂມງ, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ Claude Jentgen, ອຸ​ປະ​ທູດ ແຫ່ງ ລາຊະອານາຈັກ ລຸກ​ຊຳ​ບວກ ປະຈຳ ສປປ ລາວ.

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດປະດັບຫລຽນໄຊພັດທະນາ ຊັ້ນ III ໃຫ່ແກ່ ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມະພັນທະລັດສະວິດ

20180817MofaMinisterAwardToLaoConsulinSwiss

20180817MofaMinisterAwardToLaoConsulinSwiss22

20180817MofaMinisterAwardToLaoConsulinSwiss3

             ໃນວັນທີ 17 ສິງຫາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ, ໃຫ້ກຽດປະດັບຫລຽນໄຊພັດທະນາຊັ້ນ III ໃຫ່ແກ່ທ່ານ ດຣ. ກີໂດ ກຳປາຣີ (Dr. Guido Josef Kappeli), ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈໍາ ສະມະພັນທະລັດສະວິດ, ເພື່ອເປັນການສະແດງຄວາມຍ້ອງຍໍ ແລະ ຂອບໃຈ ຕໍ່ຜົນງານຂອງຜູ້ກ່ຽວຕະຫລອດໄລຍະການປະຕິບັດຫນ້າທີ່. ທ່ານ ດຣ. ກີໂດ ກຳປາຣີ, ໄດ້ອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນການຊຸກຍູ້ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະວິດ ໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ, ອັນພົ້ນເດັ່ນທີ່ສຸດ,​ ທ່ານ ດຣ. ກໍາປາຣີໄດ້ຂົນຂວາຍ, ລະດົມທຶນ ແລະ ໃຊ້ເງິນສ່ວນຕົວເຂົ້າໃນການພັດທະນາພື້ນຖານໂຄງລ່າງ ຢູ່ ສປປ ລາວ. ດ້ານການສຶກສາໄດ້ປະກອບສ່ວນສ້າງໂຮງຮຽນປະຖົມ ແລະ ມັດທະຍົມ ຈຳນວນ 16 ຫລັງ, ສຸກສາລາ, ນໍ້າບາດານ, ບ່ອນຫລິ້ນກິລາ ຢູ່ເຂດຫ່າງໄກສອກຫລີກ. ນອກຈາກນີ້, ຍັງໄດ້ຍົກລະດັບບຸກຄະລາກອນ ໂດຍໄດ້ປະກອບທຶນໃຫ້ຄູອາຈານໄປຝຶກອົບ ຮົມດ້ານພາສາອັງກິດຢູ່ສະວິດ, ສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງລາວເຮົາດ້ວຍການຊ່ວຍເຫລືອດ້ານທຶນຮອນ ໃຫ້ນັກຮ້ອງ-ນັກຟ້ອນລາວ ໄປສະແດງ ໃນໂອກາດສະເຫລີມສະຫລອງປີໃຫມ່ລາວ ຢູ່ປະເທດ ສະວິດ ແລະ ເຂດໃກ້ຄຽງຊາຍແດນປະເທດ ຝຣັ່ງ. ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ທ່ານກົງສຸນກິດຕິມະສັກໄດ້ສົ່ງ ເສີມ ແລະ ໂຄສະນາໃຫ້ນັກທ່ອງທ່ຽວໄດ້ມາທ່ອງທ່ຽວລາວ ແລະ ໄດ້ອຳນວຍຄວາມສະດວກໃຫ້ຄະນະຜູ້ແທນກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄປເຄື່ອນໄຫວເຂົ້າຮ່ວມງານວາງສະແດງໂລກ World Milano Expo ຢູ່ປະ ເທດ ອິຕາລີ ໃນໄລຍະຜ່ານມາ.

ອ່ານເພີ່ມເຕີມ... 

ກະຊວງການຕ່າງປະເທດ ມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X

2018817MofaMNS2

2018817MofaMNS3

ໃນຕອນເຊົ້າຂອງ ວັນທີ 17 ສິງຫາ 2018ທີ່ກະຊວງການຕ່າງປະເທດໄດ້ຈັດພິທີມອບໃບຢັ້ງຢືນໃຫ້ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X, ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ. ມີບັນດາຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ - ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີໄດ້ຮັບຟັງບົດລາຍງານການເມືອງ ແລະ ທິດທາງແຜນການກໍ່ສ້າງໃນຕໍ່ໜ້າ ຂອງໜ່ວຍພັກກົມເສດຖະກິດ, ເຊິ່ງການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນພາວະວິໄສ ແລະ ທັງສ່ອງແສງໃຫ້ເຫັນເຖິງການຄົງຕົວ ແລະ ການຂະຫຍາຍຕົວຂອງພັກເຮົາ, ເຊີດຊູບົດບາດການຊີ້ນຳ-ນຳພາຂອງພັກໃຫ້ມີຜົນສັກສິດ ແລະ ທັງເປັນການເພີ່ມທະວີບົດບາດກຳລັງແຮງໃຫ້ແກ່ການສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ. ພ້ອມກັນນີ້, ເພື່ອຍົກສູງຄຸນນະພາບການປັບປຸງກໍ່ສ້າງຮາກຖານພັກ, ໜ່ວຍພັກເພີ່ມທະວີໃນການຊີ້ນຳ-ນຳພາໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ກໍ່ສ້າງຖັນແຖວສະມາຊິກພັກພາຍໃນໜ່ວຍໃຫ້ມີຄວາມໜັກແໜ້ນ ແລະ ເປັນຫຼັກແຫຼ່ງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຄວາມເຂັ້ມແຂງດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນການນຳພາດ້ານວຽກງານວິຊາສະເພາະ, ລວມທັງອົງການຈັດຕັ້ງມະຫາຊົນ, ຮູ້ນຳພາວຽກງານປ້ອງກັນພັກ-ພະນັກງານ ໃຫ້ມີຄວາມສະຫງົບຮຽບຮ້ອຍ, ນຳພາການປັງປຸງກໍ່ສ້າງຂະຫຍາຍສະມາຊິກພັກ, ພະນັກງານ ໃຫ້ມີການພັດທະນາຕົນຢ່າງຕໍ່ເນື່ອງ. ຈາກນັ້ນ ສະຫາຍ ສະເຫລີມໄຊ ກົມມະສິດ ກໍໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໃຫ້ແກ່ ໜ່ວຍພັກໜ່ວຍພັກກົມເສດຖະກິດ ແລະ ມີຄຳເຫັນໂອ້ລົມ, ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ໜ່ວຍພັກທີ່ໄດ້ເອົາໃຈໃສ່ປັງປຸງກໍ່ສ້າງໜ່ວຍພັກຕົນ ໃຫ້ໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ. ນອກຈາກນີ້ ຍັງມີຫລາຍໜ່ວຍພັກ ທີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກຕົນ ເພື່ອເພີ່ມທະວີສຸມໃສ່ການສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມທິດພັກເຮົາໃນຕໍ່ໜ້າ.

ໃນໂອກາດດຽວກັນນີ້ ສະຫາຍ ສະເຫລີມໄຊ ກົມມະສິດ, ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X, ລວມມີ 03 ເອກະສານສຳຄັນຄື: ໜຶ່ງ, ບົດລາຍງານກ່ຽວກັບການຕີລາຄາຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃນໄລຍະສອງປີກ່ວາຜ່ານມາ ແລະ ບາງໜ້າທີ່ຈຸດສຸມໃນຕໍ່ໜ້າ; ສອງ, ມະຕິ ເລກທີ 037/ຄບສພ ລົງວັນທີ 18/06/2018 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສາມ, ຄຳສັ່ງ ເລກທີ 04/ຄລສພ ລົງວັນທີ 07/05/2018 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ. ນອກນັ້ນ ທ່ານປະທານ ຍັງໄດ້ເນັ້ນຕື່ມວ່າ: ບັນດາເອກະສານດັ່ງກ່າວ ລ້ວນແລ້ວແຕ່ເປັນບັນຫາທີ່ສຳຄັນ ແລະ ຕິດພັນໂດຍກົງ ກັບຄວາມຮັບຜິດຊອບການເມືອງຂອງຄະນະພັກ-ຄະນະນຳ ແລະ ແຕ່ລະຮາກຖານໜ່ວຍພັກ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍຫົວຄິດປະດິດສ້າງ, ກ້າຕຳນິຕົນເອງ, ກ້າເວົ້າຄວາມຈິງ, ກ້າສະເໜີບັນຫາ ແລະ ຊອກວິທີທາງແກ້ໄຂຢ່າງຖືກຕ້ອງ, ສອດຄ່ອງ, ຫຼີກເວັ້ນການໂຍນຄວາມຮັບຜິດຊອບໃຫ້ຜູ້ອື່ນ, ເວົ້າແບບອັດຕະວິໄສ, ບໍ່ແທດກັບຕົວຈິງ ຊຶ່ງບໍ່ເປັນຜົນປະໂຫຍດໃຫ້ແກ່ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງ ພັກ-ລັດແຕ່ປະການໃດ. ຫວັງຢ່າງຍິ່ງວ່າບັນດາສະຫາຍ ຊຶ່ງລ້ວນແຕ່ເປັນພະນັກງານຫຼັກແຫຼ່ງຂອງພັກ, ຂອງລັດ ຈະພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ ເຮັດໃຫ້ບັ້ນເຊື່ອມຊຶມໃນເທື່ອນີ້ ສາມາດບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487676
ມື້ນີ້116
ມື້ວານ228
ອາທິດນີ້38
ເດືອນນີ້1069