ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມໃຫຍ່ປະຈຳປີຂອງ ອົງການພະລັງງານປະລາມະນູສາກົນ ( IAEA) ຄັ້ງທີ່ 65

 

Phoxai

ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈຳປີຂອງອົງການພະລັງງານປະລາມະນູສາກົນ ຄັ້ງທີ່ 65 (The 65th International Atomic Energy Agency General Conference) ຊຶ່ງໄດ້ຈັດຂື້ນລະຫວ່າງວັນທີ 20-24 ກັນຍາ 2021, ທີ່ປະເທດ ໂອຕຣິດ (ຜ່ານກອງປະຊຸມທາງໄກ), ພາຍໃຕ້ການເປັນປະທານຂອງປະເທດ ກູເວດ.

ກອງປະຊຸມໃຫຍ່ຂອງອົງການ IAEA ຈັດຂື້ນທຸກປີ ໂດຍການເຂົ້າຮ່ວມຂອງປະເທດສະມາຊິກທັງໝົດ ເພື່ອທົບທວນຄືນການຈັດຕັ້ງປະຕິບັດພັນທະສາກົນທີ່ກ່ຽວຂ້ອງ ແລະ ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງອົງການ IAEA ໃນການສົ່ງເສີມການນຳໃຊ້ເຕັກໂນໂລຊີນິວເຄຼຍຢ່າງສັນຕິເພື່ອການພັດທະນາເສດຖະກິດ-ສັງຄົມ. ກອງປະຊຸມໃນຄັ້ງນີ້ ໄດ້ມີການພິຈາລະນາຮັບຮອງເອົາ 10 ຍັດຕິທີ່ກ່ຽວຂ້ອງກັບຄວາມປອດໄພ, ຄວາມໝັ້ນຄົງ ແລະ ການຄ້ຳປະກັນໃນການນຳໃຊ້ນິວເຄຼຍໃນທາງສັນຕິ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີດັ່ງກ່າວເຂົ້າໃນວຽກງານການແພດ, ການປ້ອງກັນພະຍາດຕິດຕໍ່ຈາກສັດ ແລະ ການຊ່ວຍເຫລືອປະເທດສະມາຊິກໃນການຕອບໂຕ້ພະຍາດໂຄວິດ-19. ນອກນັ້ນ, ກອງປະຊຸມໄດ້ມີການເລືອກຕັ້ງເອົາສະມາຊິກຄະນະບໍລິຫານງານຂອງອົງການ (IAEA Board of Governors) ແລະ ຜູ້ກວດສອບພາຍນອກ (External Auditor). ບັນດາປະເທດສະມາຊິກຂອງອົງການທີ່ເຂົ້າຮ່ວມກອງປະຊຸມທັງແບບເຊິງໜ້າ ແລະ ທາງໄກ ໄດ້ປະກອບຄຳເຫັນຕໍ່ກັບບົດລາຍງານຂອງອົງການ ແລະ ຕີລາຄາຄວາມສຳຄັນບົດບາດຂອງອົງການ IAEA ໃນການຮັບປະກັນບໍ່ໃຫ້ມີການນຳໃຊ້ນິວເຄຼຍເພື່ອຜະລິດເປັນອາວຸດ ແລະ ສົ່ງເສີມໃຫ້ນຳໃຊ້ນິວເຄຼຍຢ່າງສັນຕິເພື່ອການພັດທະນາແບບຍືນຍົງ, ມີຄວາມປອດໄພ ແລະ ໝັ້ນຄົງ.

ໃນໂອກາດດ່ັງກ່າວ,​ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ກ່າວບົດປາໄສໃນກອງປະຊຸມໂດຍໄດ້ຍ້ຳຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດພັນທະສາກົນພາຍໃຕ້ສົນທິສັນຍາວ່າດ້ວຍການບໍ່ແຜ່ຜາຍອາວຸດນິວເຄຼຍ ແລະ ຮັບປະກັນວ່າ ສປປ ລາວ ຈະນຳໃຊ້ເຕັກໂນໂລຊີທາງນິວເຄຼຍຢ່າງສັນຕິເພື່ອການພັດທະນາເສດຖະກິດ-ສັງຄົມ. ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຜົນງານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IAEA ໃນຮອບ 10 ປີ, ຊຶ່ງຕະຫລອດ 10 ປີທີ່ຜ່ານມາ ສປປ ລາວ ໄດ້ຮັບການຊ່ວຍເຫລືອຈາກ IAEA ໃນດ້ານການພັດທະນາບຸກຄະລາກອນໃນຫຼາຍໆຂະແໜງການ ເປັນຕົ້ນ ຂະແໜງສາທາ, ວິທະຍາສາດ, ກະສິກຳ, ພະລັງງານ ແລະ ປົກປັກຮັກສາສິ່ງແວດລ້ອມ, ພ້ອມນັ້ນ, ກໍ່ໄດ້ໃຫ້ຄຳໝມາຍໝັນໃນການສົ່ງເສີມ ແລະ ສືບຕໍ່ຮ່ວມມືກັບອົງການ IAEA​ ໃຫ້ມີປະສິດທິຜົນຍິ່ງໆຂື້ນໄປ.

         ອົງການພະລັງງານປະລາມະນູສາກົນ (International Atomic Energy Agency ຫຼື IAEA) ຖືກສ້າງຕັ້ງຂື້ນໃນປີ 1957 ໂດຍມີຈຸດປະສົງເພື່ອສົ່ງເສີມການນຳໃຊ້ພະລັງງານນິວເຄຼຍໃນທາງສັນຕິ ແລະ ເກືອດຫ້າມການນຳໃຊ້ໃນທາງການທະຫານ ກໍ່ຄືຫ້າມຜະລິດເປັນອາວຸດ.​ ປັດຈຸບັນອົງການ IAEA ມີສະມາຊິກທັງໝົດ 173 ປະເທດ, ຊຶ່ງ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວໃນປີ 2011.

 

ກອງປະຊຸມປຶກສາຫາລືຮ່ວມ 3 ເສົາຄ້ຳເຈົ້າໜ້າທີ່ອາວຸໂສອາຊຽນ JCM ແບບທາງໄກ

 

DSC 4109

DSC 4098

 

ໃນຕອນເຊົ້າຂອງວັນທີ 22 ກັນຍາ 2021, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸ ໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມ 3 ເສົາຄ້ຳເຈົ້າໜ້າທີ່ອາວຸໂສອາຊຽນ (Joint Consultative Meeting- JCM) ໃນຮູບແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ.

ອ່ານເພີ່ມເຕີມ... 

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຂອງກຸ່ມປະເທດດ້ອຍພັດທະນາ (LDCs) ປະຈຳປີ 2021

 

20210917DFMLDCs2021Web

 

ໃນຕອນແລງຂອງວັນທີ 17 ກັນຍາ 2021, ທີ່ ກະຊວງການຕ່າງປະເທດ, ຄະນະຜູ້ແທນ ສປປ ລາວ ໂດຍພາຍໃຕ້ການນຳພາຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຂອງ ກຸ່ມປະເທດດ້ອຍພັດທະນາ ປະຈຳປີ 2021 (The Annual 2021 High-Level Ministerial Meeting of the Least Developed Countries) ຜ່ານລະບົບທາງໄກ. ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນເປັນປະຈຳທຸກປີ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ຊຶ່ງຈຸດປະສົງແມ່ນ ເພື່ອເປັນເວທີໃຫ້ແກ່ບັນດາລັດຖະມົນຕີຂອງ ກຸ່ມປະເທດດ້ອຍພັດທະນາ (LDCs) ລວມທັງຜູ້ຕາງໜ້າຈາກ ບັນດາປະເທດຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາທີ່ພົ້ນເດັ່ນຕ່າງໆ ແລະ ຮ່ວມກັນກຳນົດແນວທາງ ໃນການຈັດຕັ້ງປະຕິບັດບັນດາວຽກງານບຸລິມະສິດຕ່າງໆ ສຳລັບປະເທດດ້ອຍພັດທະນາ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487188
ມື້ນີ້23
ມື້ວານ191
ອາທິດນີ້850
ເດືອນນີ້581