ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: ຄວາມໝາຍຕໍ່ໂລກຂອງແນວຄິດການທູດ ສີ ຈິ້ນຜິງ

 

SeminaLaoChi1

SeminaLaoChi12

SeminaLaoChi11

 

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ທີ່ ນະຄອນຫລວງວຽງຈັນ ໄດ້ເປັນເຈົ້າພາບຮ່ວມກັບ ສູນຄົ້ນຄວ້າແນວຄິດການທູດ ສີ ຈິ້ນຜິງ ໃນການຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: "ຄວາມໝາຍຕໍ່ໂລກຂອງແນວຄິດການທູດ ສີ ຈິ້ນຜິງ", ໃນວັນທີ 25 ສິງຫາ 2021 ທີ່ ໂຮງແຮມ ແລນມາກ. ໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຈ່ຽງ ຈາຍຕົ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ຢູ ຈ່ຽງ, ຮອງຫົວໜ້າສະຖາບັນຄົ້ນຄວ້າບັນຫາສາກົນ ແຫ່ງ ປະເທດຈີນ.

ອ່ານເພີ່ມເຕີມ... 

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂພໄຊ ໄຂຄໍາພິທູນ ເຄື່ອນໄຫວເຮັດວຽກ ຢູ່ ແຂວງຫຼວງນໍ້າທາ

 

2021081920XD1

ອ່ານເພີ່ມເຕີມ... 

ກອງປະຊຸມເຜີຍແຜ່ໂຄງການຝຶກອົບຮົມສໍາລັບພະນັກງານໜຸ່ມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫົວຂໍ້: “ການຮ່ວມມືພາກພື້ນ ແລະ ສາກົນ” ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

 

MekongProject1 MekongProject2

 

ໃນວັນທີ 20 ສິງຫາ 2021, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການຝຶກອົບຮົມສໍາລັບພະນັກງານໜຸ່ມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍໃຕ້ຫົວຂໍ້: ການຮ່ວມມືພາກພື້ນ ແລະ ສາກົນ ເຊິ່ງໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູວົງ ບຸນຊູ, ຮອງເຈົ້າແຂວງແຂວງວຽງຈັນ ໂດຍໄດ້ມີຜູ້ເຂົ້າຮ່ວມຈາກສູນກາງ ແລະ ບັນດາພະແນກ/ຂະແໜງການທີ່ກ່ຽວຂ້ອງຂອງແຂວງພາກກາງຄື: ນະຄອນ ຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງຄຳມ່ວນ ແລະ ແຂວງໄຊສົມບູນ ຈຳນວນທັງໝົດ 50 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພືື່ອເຜີຍແຜ່ຄວາມເຂົ້າໃຈກ່ຽວກັບບົດບາດຂອງ ສປປ ລາວ ໃນການຮ່ວມມືພາກພື້ນ ແລະ ສາກົນ ໂດຍສະເພາະ ກາລະໂອກາດ ແລະ ສິ່ງທ້າທາຍ ຂອງ ສປປ ລາວ ໃນເວທີການຮ່ວມມືລະຫວ່າງປະເທດແມ່ນໍ້າຂອງ ກັບຄູ່ຮ່ວມພັດທະນາ, ພ້ອມທັງສ້າງຂີດຄວາມສາມາດໃນການສະເໜີຂໍໂຄງການຊ່ວຍເຫຼືອ ແລະ ວິທີການບໍລິຫານຄຸ້ມຄອງໂຄງການຂອງກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ໃນນີ້, ກອງປະຊຸມ ກໍໄດ້ຮັບຟັງການບັນຍາຍຂອງ ຜູ້ຕາງໜ້າຈາກບັນດາແຂວງພາກກາງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງໃນການດຶງດູດການຊ່ວຍເຫຼືອຈາກຕ່າງປະເທດໃນຕໍ່ໜ້າ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485921
ມື້ນີ້52
ມື້ວານ168
ອາທິດນີ້957
ເດືອນນີ້5226