ໃນຕອນເຊົ້າຂອງວັນທີ 24 ກັນຍາ 2018, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຄໍຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈາງ ຈິວຮ່ວນ (Zhang Jiuhuan), ສະມາຊິກກຸ່ມທີ່ປຶກສານະໂຍບາຍການຕ່າງປະເທດ ຂອງກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ອາດີດເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ປະເທດໄທ, ສິງກະໂປ ແລະ ເນປານ. ໃນໂອກາດທີ່ທ່ານ ພ້ອມຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 22-24 ກັນຍາ 2018.
ໃນຕອນເຊົ້າຂອງວັນທີ 31 ສິງຫາ 2018, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄະນະນຳກະຊວງການຕ່າງປະເທດ ນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະ ໄດ້ນໍາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 73 ປີ (2/9/1945-2/9/2018).
ໃນວັນທີ 28-30 ສິງຫາ 2018, ທ່ານ ເອັນຣີເກ ຊາຣດິງຮາ ປິ່ນໂຕ (Henrique Sardinha Pinto), ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດອາຊີ-ປາຊີຟິກ, ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ບຣາຊິນ.