ວັນທີ11 ມີນາ 2016, ທ່ານທ່ານເຈິ່ນກົງທິ້ງ, ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຜູ້ໃໝ່ ປະຈຳ ແຂວງສະຫວັນນະເຂດ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ຍື່ນໜັງສືແຕ່ງຕັ້ງໃຫ້ແກ່ ທ່ານນາງ ຄຳເພົາ ເອີນທະວັນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍາມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດ ເສດຖະກິດການຜະລິດ ແລະ ຈໍລະຈອນ, ທັງເປັນປະທານ ຄະນະກໍາມາທິການຮ່ວມມື ລາວ-ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຄໍານັບຂອງ ທ່ານ ຫງວຽນ ຈີ ຢຸງ ກໍາມະການ ສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ, ຮອງປະທານຄະນະກໍາມາທິການຮ່ວມມື ຫວຽດນາມ-ລາວ ແລະ ຄະນະໃນວັນທີ 31 ກໍລະກົດ 2015 ນີ້ ຢູ່ຫ້ອງວ່າການລັດຖະບານ ໃນໂອກາດທີ່ທ່ານ ແລະ ຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 29-31 ກໍລະກົດ 2015 ນີ້.