ໃນວັນທີ 6 ມິຖຸນາ 2018 ທີ່ ສິງກະໂປ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ສືບຕໍ່ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ.
ໃນວັນທີ 5 ມິຖຸນາ2018 ທີ່ ສິງກະໂປ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ພາຍໃຕ້ການເປັນປະທານຂອງ ສິງກະໂປ.
ໃນວັນທີ 6 ມິຖຸນາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາທຸຕານຸທູດປະເທດສະມາຊິກ ສະຫະພາບ ເອີຣົບ (ອີຢູ), ໃນນັ້ນ ສໍານັກງານຜູ້ຕາງໜ້າອີຢູ, ອັງກິດ, ເຢຍລະມັນ ແລະ ຝຣັ່ງ ມີສໍານັກງານການທູດຂອງຕົນຕັ້ງຢູ່ ສປປ ລາວ; ແລະ ອີກ 7 ປະເທດ ຄື: ແອັດສະປາຍ, ໂອຕຣິດ, ລຸກຊໍາບວກ, ຊູແອັດ, ໂຮນລັງ, ແບນຊິກ ແລະ ສະໂລວາກີ ບໍ່ມີສໍານັກງານການທູດຕັ້ງຢູ່ ສປປ ລາວ.