ໃນວັນທີ 17 ພຶດສະພາ 2018, ເວລາ 14:00 ໂມງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ທ່ານ ອັດຖະຢຸດ ສຣີສະມຸດ, ຮອງຫົວໜ້າຫ້ອງການ, ກະຊວງການຕ່າງປະເທດ ໄທ, ທັງເປັນຜູ້ຕາງໜ້າພິເສດຂອງ ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄທ.
ໃນເວລາ 07:00 ໂມງ ເຊົ້າ ຂອງວັນທີ 14 ພຶດສະພາ 2018, ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ, ໄດ້ຕ້ອນຮັບຄະນະຜູ້ແທນສະມາຄົມລາວກ໊ອຟ ເຊິ່ງແມ່ນສະມາຄົມນັກທຸລະກິດເຊື້ອຊາດລາວ ຈາກ ປະເທດ ອົດສະຕາລີ ແລະ ນິວຊີແລນ ທີ່ມາເຄື່ອນໄຫວຢ້ຽມຢາມ, ທ່ອງທ່ຽວ ແລະ ແຂ່ງຂັນກ໊ອຟມິດຕະພາບ ຢູ່ ສປປ ລາວ, ຊຶ່ງໄດ້ຈັດຂຶ້ນຢູ່ ສະໜາມກ໊ອຟ ບູຢອງ, ນະຄອນຫຼວງວຽງຈັນ.
ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2018, ຢູ່ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນໂທ Bryan P. Fenton, ຮອງຜູ້ບັນຊາການກອງທັບ ສະຫະລັດ ອາເມລິກາ ປະຈຳຂົງເຂດພາກພື້ນປາຊີຟິກ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 10-11 ພຶດສະພາ 2018.