ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ຈົດໝາຍຊົມເຊີຍການນຳລາວ ຈາກ ອົດສະຕຣາລີ

 

 

ພະນະທ່ານ ພັນຄຳ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ທີ່ໄດ້ເລື່ອນຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ພະນະທ່ານ ໄດ້ມີບົດບາດອັນສຳຄັນໃນການເສີມສ້າງສາຍພົວພັນສອງຝ່າຍຂອງພວກເຮົາ ໃນໄລຍະທີ່ ພະນະທ່ານ ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນດັ່ງກ່າວ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ພາຍໃຕ້ການຊີ້ນຳ-ນຳພາຂອງ ພະນະທ່ານ. ຂ້າພະເຈົ້າ ຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ເພື່ອສົ່ງເສີມວິໄສທັດ ອິນໂດ-ປາຊີຟິກ ທີ່ເປີດກວ້າງ ແລະ ຈະເລີນຮຸ່ງເຮືອງ ແລະ ມຸ້ງມາດປາດຖະໜາໃນການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາຊຽນ ຂອງ ອົດສະຕຣາລີ.

ອ່ານເພີ່ມເຕີມ... 

ສານສະແດງຄວາມເຫັນໃຈ ຕໍ່ກັບເຫດການ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຮອບໃໝ່ ຢູ່ ສສ. ຫວຽດນາມ

 

ນະຄອນຫລວງວຽງຈັນ, ວັນທີ 31 ພຶດສະພາ 2021

                                                                                                         

ສະຫາຍ ຟ້າມ ມິງ ຈິງ, ທີ່ນັບຖື ຮັກແພງ

ຂ້າພະເຈົ້າ ໄດ້ຕິດຕາມຂ່າວສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃຫມ່ ຢູ່ ສສ ຫວຽດນາມ ຢ່າງໃກ້ຊິດ ແລະ ຊາບວ່າ ການແຜ່ລະບາດໃນຮອບນີ້ ແມ່ນ ໄດ້ຂະຫຍາຍແບບວົງກວ້າງ ແລະ ໄວວາເຂົ້າສູ່ຫຼາຍແຂວງທີ່ສຳຄັນຂອງຫວຽດນາມ. ຕໍ່ກັບສະພາບການດັ່ງກ່າວນີ້, ເພື່ອສະກັດກັ້ນບໍ່ໃຫ້ຂະຫຍາຍອອກໄປວົງກວ້າງກວ່ານີ້, ພັກ ແລະ ລັດຖະບານ ຫວຽດນາມ ອ້າຍນ້ອງໄດ້ວາງມາດຕະການຢ່າງຖືກຕ້ອງ ແລະ ທັນການ ໂດຍໄດ້ຮັບການສະໜັບສະໜຸນ ແລະ ຮ່ວມມືຈາກປະຊາຊົນຫວຽດນາມໃນທົ່ວປະເທດ, ສະຫາຍຫວຽດນາມກໍ່ສາມາດຄວບຄຸມສະຖານະການໄດ້ໂດຍພື້ນຖານ, ເຖິງແມ່ນວ່າການແຜ່ລະບາດຢູ່ບາງເຂດເຊັ່ນ ແຂວງ ບັກຢາງ ແລະ ໂຮຈິມີນ ຍັງມີຈໍານວນໂຕເລກສູງກໍ່ຕາມ.

ອ່ານເພີ່ມເຕີມ... 

ສານອວຍພອນວັນຊາດ ແຫ່ງ ສາທາລະນະລັດ ອີຕາລີ

 

ພະນະທ່ານ ແຊຈິໂອ ມັດຕາແລນລາ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ

ທີ່ ນະຄອນຫຼວງໂຣມ

ພະນະທ່ານ,

ໃນ​ນາມ​ປະ​ຊາ​ຊົນ​ລາວ​ທັງ​ຊາດ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ ເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ພະ​ນະ​ທ່ານ ແລະ ປະຊາຊົນ ອີຕາລີ ທຸກຖ້ວນໜ້າ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ ອີ​ຕາ​ລີ ຄົບ​ຮອບ 75 ປີ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487386
ມື້ນີ້54
ມື້ວານ167
ອາທິດນີ້1048
ເດືອນນີ້779