ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ສານອວຍພອນວັນຊາດລາວ ຄົບຮອບ 43 ປີ ຈາກການນຳຂັ້ນສູງ ແຫ່ງ ສິງກະໂປ

 

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ໃນນາມປະຊາຊົນສິງກະໂປ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ.

ສິງກະໂປ ແລະ ລາວ ໄດ້ແບ່ງປັນນຳໃຈມິດຕະພາບອັນຍາວນານ ແລະ ອົບອຸ່ນ. ການຢ້ຽມຢາມທາງລັດຖະກິດທີ່ ສິງກະໂປ ຂອງ ພະນະທ່ານ ໃນເດືອນພຶດສະພາ 2018 ໄດ້ກາຍເປັນຫຼັກຖານໃນການຮ່ວມມືສອງຝ່າຍອັນແໜ້ນແຟ້ນຂອງ ສອງປະເທດພວກເຮົາ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນທີ່ດີງາມຂອງສອງປະເທດເຮົາ ຈະສືບຕໍ່ຂະຫຍາຍຕົວໃນຊຸມປີຕໍ່ໜ້າ. ພ້ອມກັນນັ້ນ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ທີ່ ລາວ ໄດ້ໃຫ້ການສະໜັບສະໜູນ ການເປັນປະທານ ອາຊຽນຂອງ ສິງກະໂປ ໃນປີນີ້. ສິງກະໂປ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ ເພີ່ມທະວີການເປັນຄູ່ຮ່ວມມືລະຫວ່າງ ສອງປະເທດທີ່ໃກ້ຊິດໃນຂອບສອງຝ່າຍ ແລະ ອາຊຽນເພື່ອຜົນປະໂຫຍດ ຂອງ ປະຊາຊົນ ທັງສອງຊາດ.

ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,

ຮາລິມາສ ຢາຄອບ

ອ່ານເພີ່ມເຕີມ... 

ສານອວຍພອນວັນຊາດລາວ ຄົບຮອບ 43 ປີ ຈາກ ປາແລັດສະຕິນ

 

ພະ​ນະ​ທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ລັດປາແລັດສະຕິນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງໃຈມາຍັງ ພະນະທ່ານ. ໃນໂອກາດດັ່ງກ່າວນີ້, ຂໍອວຍພອນໃຫ້ ພະນະທ່ານ ພ້ອມດ້ວຍປະເທດຊາດ ແລະ ປະຊາຊົນລາວເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ. ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ ພະນະທ່ານ ສຳລັບການສະໜັບສະໜູນ ແລະ ຄວາມສາມັກຄີທີ່ມີຕໍ່ປະຊາຊົນ ພວກຂ້າພະເຈົ້າ ໃນພາລະກິດຕໍ່ສູ້ຕ້ານການຮຸກຮານ ເພື່ອສ້າງຕັ້ງລັດເອກະລາດ ໂດຍມີ ເຈລູຊາເລມຕາເວັນອອກ ເປັນນະຄອນຫຼວງ ເຊິ່ງເປັນເມືອງທີ່ເອື້ອເຟື້ອເພື່ອແຜ່ ແລະ ສັນຕິພາບ.

ອ່ານເພີ່ມເຕີມ... 

ໂທລະເລກອວຍພອນວັນຊາດລາວ ຄົບຮອບ 43 ປີ ຈາກ ປະທານາທິບໍດີ ແຫ່ງ ສ. ເກົາຫຼີ ເຖິງ ປະທານປະເທດ ແຫ່ງ ສປປ ລາວ


ນະຄອນຫຼວງເຊອູນ, ວັນທີ2 ທັນວາ 2018

 

ພະນະທ່ານບຸນຍັງ ວໍລະຈິດ                                                              

ປະທານປະເທດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ

 

ພະນະທ່ານ,

          ​ເນື່ອງໃນໂອກາດສະເຫລີມສະຫລອງວັນສະຖາປະນາສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງພະນະທ່ານແລະປະຊາຊົນ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ທຸກຖ້ວນໜ້າ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486578
ມື້ນີ້132
ມື້ວານ142
ອາທິດນີ້240
ເດືອນນີ້5883