ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ສານອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 43 ປີ ຈາກບັນດາການນຳ ແຫ່ງ ສະຫະອາຣັບ ເອມີເຣດ

ວັນທີ 25 ພະຈິກ 2018

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ມາຍັງ ພະນະທ່ານ ແລະ ປະຊາຊົນລາວ ເພື່ອນມິດ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ​​ແຫ່ງ ສປປ ລາວ, ພ້ອມນີ້ ປະຊາຊົນ ສະຫະອາຣັບ ເອມີເຣດ ກໍ່ຂໍສະແດງຄວາມຍິນດີຮ່ວມກັບ ປະຊາຊົນລາວ ໃນໂອກາດນີ້ດ້ວຍ.

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ແລະ ຂໍອວຍພອນໃຫ້ປະຊາຊົນລາວ ຈົ່ງມີຄວາມສະຫວັດດີພາບ ແລະ ມີຄວາມສຸກ.

ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,

                        ຄາລິຟາ ບິນ ຊາຢິດ ອາລ ນາຢັນ

                  ປະທານາທິບໍດີ ແຫ່ງ ສະຫະອາຣັບ ເອມີເຣດ


ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ, ຂ້າພະເຈົ້າ ມີຄວາມຍິນດີ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ມາຍັງ ພະນະທ່ານ ແລະ ປະຊາຊົນລາວ ເພື່ອນມິດ ແລະ ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ, ພ້ອມນີ້ກໍຂໍອວຍພອນໃຫ້ປະຊາຊົນລາວ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພະນະທ່ານ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

 

ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,

 

                                          ໂມຮໍາເມັດ ບິນ ຣາຊີດ ອາລ ມາກຕູມ

                                                   ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນ ດູໄບ


ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ, ຂ້າພະເຈົ້າ ມີຄວາມຍິນດີ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ມາຍັງ ພະນະທ່ານ ແລະ ປະຊາຊົນລາວເພື່ອນມິດ ແລະ ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ ແລະ ຂໍອວຍພອນໃຫ້ປະຊາຊົນລາວ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພະນະທ່ານ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

 

ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,

 

                 ໂມຮໍາເມັດ ບິນ ຊາຢິດ ອາລ-ນາຢັນ

                          ອົງມົງກຸດຣາຊະກຸມມານ ແຫ່ງ ດູໄບ

                          ຮອງຜູ້ບັນຊາການທະຫານສູງສຸດ, ກອງທັບ ສະຫະອາຣັບ ເອມີເຣດ


ພະນະທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ, ຂ້າພະເຈົ້າ ມີຄວາມຍິນດີ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ມາຍັງ ພະນະທ່ານ ແລະ ປະຊາຊົນລາວ ເພື່ອນມິດ ແລະ ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ, ພ້ອມນີ້ກໍຂໍອວຍພອນໃຫ້ປະຊາຊົນລາວ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

 

ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,

 

                                           ໂມຮໍາເມັດ ບິນ ຣາຊີດ ອາລ ມາກຕູມ

                                                   ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນ ດູໄບ


ພະນະທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ມາຍັງພະນະທ່ານ ແລະ ປະຊາຊົນລາວເພື່ອນມິດ ແລະ ຂໍອວຍພອນໄຊອັນປະເສີດໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ ແລະ ຂໍອວຍພອນໃຫ້ປະຊາຊົນລາວເພື່ອນມິດ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

 

ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,

 

                 ໂມຮໍາເມັດ ບິນ ຊາຢິດ ອາລ-ນາຢັນ

                           ອົງມົງກຸດຣາຊະກຸມມານ ແຫ່ງ ດູໄບ

                         ຮອງຜູ້ບັນຊາການທະຫານສູງສຸດ, ກອງທັບ ສະຫະອາຣັບ ເອມີເຣດ

 

 

 

ສານອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 43 ປີ ຈາກຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ

 

ພະນະທ່ານປີເຕີ ໂກສກຣົບ

 

ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ

 

ພະນະທ່ານບຸນຍັງວໍລະຈິດ

 

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທີ່ ນະ​ຄອນ​ຫຼວງວຽງ​ຈັນ

 

ພະນະທ່ານ,

 

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ຄົບຮອບ 43 ປີ, ຂ້າພະເຈົ້າພ້ອມດ້ວຍ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ຂໍ​ສົ່ງຄຳອວຍພອນອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ.

 

ສາຍພົວພັນຂອງພວກເຮົາ ມີຄວາມແໜ້ນແຟ້ນຍິ່ງຂຶ້ນໃນປີນີ້. ອົດສະຕຣາລີ ມີຄວາມຍິນດີທີ່ໄດ້ຕ້ອນຮັບ ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ ຊິດນີ້ ໃນເດືອນມີນາ 2018 ທີ່ຜ່ານມາ, ຊຶ່ງເປັນການຢ້ຽມຢາມ ອົດສະຕຣາລີ ຂອງ ນາຍົກລັດຖະມົນຕີລາວ ໃນຮອບ 25 ປີ, ລວມທັງຜົນສຳເລັດໃນການຈັດກອງປະຊຸມພາກທຸລະກິດລາວ - ອົດສະຕຣາລີ ເພຶ່ອເປັນການສືບຕໍ່ສົ່ງເສີມການຄ້າ ແລະ ການລົງທຶນສອງຝ່າຍ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ.

 

ຂ້າພະເຈົ້າ ຂໍອວຍພອນໃຫ້ການຟື້ນຟູເຫດການນໍ້າຖ້ວມໜັກ ແລະ ເຫດການສັນເຂື່ອນແຕກຢູ່ ແຂວງອັດຕະປື ໃນປີນີ້ປະສົບຜົນສຳເລັດ. ອົດສະຕຣາລີ ມີຄວາມພາກພູມໃຈທີ່ໄດ້ໃຫ້ການຊ່ວຍເຫຼືອສຸກເສີນ ແລະ ການສະໜັບສະໜູນໄລຍະຍາວຕໍ່ກັບເຫດການດັ່ງກ່າວ. ພວກຂ້າພະເຈົ້າ ຢືນຍັນຈະສືບຕໍ່ສະໜັບສະໜູນການພັດທະນາຂອງ ສປປ ລາວ ໃນຫຼາຍຂົງເຂດ ຜ່ານໂຄງການຊ່ວຍເຫຼືອຂອງພວກຂ້າພະເຈົ້າ.

 

ການພົວພັນລະຫວ່າງ ປະຊາຊົນ ກັບ ປະຊາຊົນ ໄດ້ປະກອບສ່ວນສໍາຄັນຕໍ່ສາຍພົວພັນລະຫວ່າງສອງປະເທດ. ປັດຈຸບັນມີນັກສຶກສາລາວຫຼາຍກວ່າ 440 ຄົນ ກຳລັງສຶກສາຢູ່ ອົດສະຕຣາລີ ແລະ ມີນັກສຶກສາລາວທີ່ຈົບການສຶກສາຈາກ ອົດສະຕຣາລີ ຫຼາຍກວ່າ 2.400 ຄົນ. ພ້ອມດຽວກັນນີ້, ຄາດວ່າຈະມີ ນັກທ່ອງທ່ຽວ ອົດສະຕຣາລີ ປະມານ 15.000 ຄົນ ເດີນທາງເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໃນໂອກາດປີທ່ອງທ່ຽວລາວ 2018.

 

ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ສາຍ​ພົວ​ພັນມິດ​ຕະ​ພາບລະ​ຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ ຈະ​ສືບ​ຕໍ່​ຈະເລີນຮຸ່ງເຮືອງໃນຊຸມ​ປີຕໍ່​ໜ້າ.

 

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.    

 

 

 

                                                                               ປີເຕີ ໂກສກຣົບ


ສານຊົມເຊີຍວັນຊາດ ສປປ ລາວ ຄົບຮອບ 43 ປີ ຈາກບັນດາການນຳ ແລະ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ

ໂນໂຣດົມ ສີຫາໂມນີ

ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ

ເຖິງ

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ ປະທານປະເທດ,

          ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງພະນະທ່ານ ແລະ ຂໍອວຍພອນຢ່າງຈິງໃຈມາຍັງພະນະທ່ານ ຈົ່ງມີພາລານາໄມສົມບູນ, ຄວາມຜາສຸກ ແລະ ອວຍພອນແດ່ປະຊາຊົນລາວ ຈົ່ງມີຄວາມວັດທະນາຖາວອນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486581
ມື້ນີ້135
ມື້ວານ142
ອາທິດນີ້243
ເດືອນນີ້5886